ປະດັບຫຼຽນກາລະນຶກ“ເພື່ອພາລະກິດຂອງສານ“ໃຫ້ການນຳສານລາວແລະກຳປູເຈຍ

ປະດັບຫຼຽນກາລະນຶກ“ເພື່ອພາລະກິດຂອງສານ“ໃຫ້ການນຳສານລາວແລະກຳປູເຈຍ - ảnh 1
(ປະດັບ​ຫຼຽນ​ກາລະ​ນຶກ“​ເພື່ອ​ພາລະກິດ​ຂອງ​ສານ“​
ໃຫ້ການ​ນຳ​ສານ​ລາວ​ແລະ​ກຳປູ​ເຈຍ)


(vovworld) - ຕອນ​ຄຳ່​ວັນ​ທີ 7/9, ຢູ່​ຮ່າ​ໂນ້ຍ, ປະທານສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ເຈືອງ​ຮ່ວາ​ບິ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງສານ​ປະຊາຊົນ​ສູງ​ສຸດ​ແຫ່ງ​ປະ​ເທດ ສປປ.ລາວ ​ແລະ ສານ​ສູງ​ສຸດ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ ມາ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ມູນ​ເຊື້ອ​ຂອງ​ສານ​ປະຊາຊົນ (13/9/1945-13/9/2015). ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານປະທານສານ ເຈືອງ​ຮ່ວາ​ບິ່ງ ຖື​ວ່າ, ​ໃນ​ພາລະກິດ​ພັດທະນາ​ຂອງ​ຂະ​ແໜງສານ​ຫວຽດນາມ ​ເວົ້າ​ລວມ ​ໄດ້​ມີ​ການ​ສະໜັບສະໜູນ​ອັງ​ລ້ຳ​ຄ່າ​ຈອງ​ສານ 2 ປະ​ເທດ​ກຳປູ​ເຈຍ ​ແລະ ລາວ, ​ເຊິ່ງພົ້ນ​ເດັ່ນ​ແມ່ນ​ການ​ປະກອບສ່ວນ​ຂອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ຄຳ​ພັນ ສິດທິດຳພາ ​ແລະ ຮອງ​ປະທານ​ສານ​ສູງ​ຊຸດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈ​ຍ. ປະທານສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ເຈືອງ​ຮ່ວາ​ບິ່ງ ​ເຊື່ອ​ໝັ້ນ​ວ່າ, ​​ໃນ​ໄລຍະ​ຈະ​ມາ​ເຖິງ, ສານ 3 ປະ​ເທດ ຈະ​ສືບ​ຕໍ່​ຮັດ​ແໜ້ນການ​ພົວພັນ​ຮ່ວມ​ມື. ສ່ວນປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ຄຳ​ພັນ ສິດທິດຳພາ ​ແລະ ຮອງ​ປະທານ​ສານ​ສູງ​ສຸດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈ​ຍ ຢືນຢັນ​ວ່າ,  2 ສານ​ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້ການ​ພົວພັນ 3 ປະ​ເທດ​ເວົ້າລວມ ​ແລະ 3 ສານ​ປະຊາຊົນ​ເວົ້າ​ສະ​ເພາະ ​ໃຫ້​ນັບ​ມື້​ນັບ​ພັດທະນາ. ຜ່ານ​ນັ້ນ, ​ເຮັດ​​ໃຫ​້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ 3 ປະ​ເທດ​​ໃຫ້​ເລິກ​ເຊິ່ງກວ່າ​ອີກ.

​        ເນ່ືອງ​ໃນ​ໂອກາດ​ນີ້, ປະທານສານ​ປະຊາຊົນ​ສູງ​ສຸດ​ ​ເຈືອງ​ຮ່ວາ​ບິ່ງ ​ປະດັບ​ຫຼຽນ​ກາລະ​ນຶກ “​ເພື່ອ​ພາລະກິດ​ຂອງ​ສານ“​ ໃຫ້ປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ຄຳ​ພັນ ສິດທິດຳພາ​ ແລະ​ ຮອງ​ປະທານ​ສານ​ສູງ​ສຸດ​ລາຊະ​ອານາຈັກກຳປູ​ເຈຍ Chiv Keng.

ຂ່າວ/ບົດ​ອື່ນ