ປະຕິກິລິຍາຂອງປະຊາຄົມໂລກ ຕໍ່ເຫດການລັດຖະ ປະຫານຢູ່ ມາລີ

ປະຕິກິລິຍາຂອງປະຊາຄົມໂລກ ຕໍ່ເຫດການລັດຖະ ປະຫານຢູ່ ມາລີ - ảnh 1

ເຫດການລັດຖະປະຫານຢູ່ ມາລີ

(ພາບ: thanhnien.com.vn)

( vovworld ) ​​​​ວັນ​ທີ 22/3, ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ໄດ້ອອກຖະແຫຼງການກ່າວປະນາມການລຸກຮື້ຂື້ນຂອງບັນດານັກຮົບ ເພື່ອແນໃສ່ ຍາດເອົາສິດອຳນາດຢູ່ມາລີ. ຖະແຫຼງການຮຽກຮ້ອງໃຫ້ ມາລີ ຈົ່ງສ້າງລັດຖະທຳ ມະນູນ ແລະ ລັດຖະບານໂດຍປະຊາຊົນເລືອກຕັ້ງໂດຍທັນທີ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ ຈົ່ງ​ລະງັບ​ໃຈ, ຫລີກ​ລ້ຽງການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຮັບປະກັນ​ໃຫ້​ວິວັດ​ການ​ເລືອກ​ຕັ້ງດຳ​ເນີນ​ໄປ​ຖືກຕ້ອງ​ຕາມ​ການ​ຄາດ​ຄະ​ເນ​ໃນ​ເດືອນ 4 ທີ່​ຈະ​ມາ​ເຖິງ. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ຄະນະ​ກຳມະການ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຟິຼກກາ​ຕາ​ເວັນ​ຕົກ (ECOWAS) ​ໄດ້​ຈັດການ​ປະຊຸມ ​ແລະ ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ບັນດາ​ນັກຮົບ​ເຂົ້າຮ່ວມ​ການ​ລັດຖະປະຫານ​ຢູ່​ມາ​ລີ ຈົ່ງ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ລັດຖະບານ​ເໝາະ​ສົມ​ກັບ​ກົດໝາຍ​ໂດຍ​ໄວ ​ແລະ ຢືນຢັນ​ບວ່າ ການ​ກະທຳ​ຂອງ​ບັນດາ​ນັກຮົບ​ຢູ່​ມາລີ ​ແມ່ນ​ໄປ​ຝືນ​ກັບ​ເນື້ອ​ໃນ​ຂອງ​ອະນຸ​ສັນຍາ​ເພີ່ມ​ເຕີມ ກ່ຽວ​ກັບ​ປະຊາທິປະ​ໄຕ ​ແລະ ການ​ບໍລິຫານ, ພ້ອມ​ທັງ​ໄດ້​ທຳລາຍ​ບັນດາ​ຜົນງານ​ຊື່​ງ ECOWAS ຍາກ​ທີ່​ບັນລຸ​ໄດ້​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ. ​ໃນ​ວັນ​ດຽວ​ກັນ, ທະນາຄານ​ໂລກ (WB) ​ແລະ​ ທະນາຄານ​ພັດທະນາ​ອາ​ຟິຼກກາ (AfDB) ​ໄດ້​ປະກາດ​ປິດ​ລ້ອມ​ບ້ວງ​ເງິນ​ອຸປະຖຳ​ພັດທະນາ​ໃຫ້​ແກ່​ມາລີ ພາ​ຫຼັງ​ເຫດການ​ລັດຖະປະຫານ​ດັ່ງກ່າວ. ສ່ວນກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ກໍ່ປະກາດ​ພິຈາລະນາ​ຄືນ​ບ້ວງ​ເງິນ​ອຸປະຖຳ​ປະຈຳ​ປີ​ໃຫ້​ແກ່​ມາລີ ຊື່​ງມີ​ມູນ​ຄ່າ​ເກືອບ 140 ລ້ານ​ໂດ​ລາ​ສະຫະລັດ​ເຊັ່ນດຽວ​ກັນ.

 

 


ຂ່າວ/ບົດ​ອື່ນ