ປະຕິກິລິຍາຂອງປະເທດຕ່າງໆທີ່ກ່ຽວຂ້ອງເຖິງລັດຖະດຳລັດຮັດແໜ້ນນະໂຍບາຍວີຊາຂອງອາເມລິກາ

ປະຕິກິລິຍາຂອງປະເທດຕ່າງໆທີ່ກ່ຽວຂ້ອງເຖິງລັດຖະດຳລັດຮັດແໜ້ນນະໂຍບາຍວີຊາຂອງອາເມລິກາ - ảnh 1
ຊາວ​ລີ້​ໄພ ​ (ພາບ: AFP/TTXVN)

(vovworld) - ​ຫລາຍ​ປະ​ເທດ​​ໃນ​ໂລກ​ໄດ້​ມີ​ປະຕິກິລິຍາ​ທີ່ກ່ຽວຂ້ອງ​ເຖິງ​ລັດຖະດຳລັດ​ບໍລິຫານ​​ໃນ​ບັນຫາ​ຮັບ​ເອົາ​ຊາວ​ລີ້​ໄພ ​ເຊິ່ງທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ຫາ​ກໍ່​ເຊັນ​ໃນ​ວັນ​ທີ 27/01. ຢູ່ ປາຣີ ທ່ານ Jean – Marc Ayrault ລັດຖະມົນຕີ​ການ​ຕ່າງປະ​ເທດ ຝະລັ່ງ ​ໃຫ້​ຮູ້​ວ່າ: ຝະລັ່ງ ​ແລະ ​ເຢຍລະ​ມັນ ມີ​ຄວາມ​ວິ​ຕົກ​ກັງວົນ​ຕໍ່​ຂໍ້​ຕົກລົງ​ຈຳນວນ​ໜຶ່ງຂອງ​ທ່ານ​ປະທານາ​ທິບໍດີ ອາ​ເມ​ລິ​ກາ Trump, ​ເປັນ​ຕົ້ນ​ແມ່ນ​ຂໍ້​ຕົກລົງ​ເພື່ອຈຳກັດ​ຊາວ​ລີ້​ໄພ​ເຂົ້າ ອາ​ເມ​ລິ​ກາ. ກ່ອ​ນໜ້າ​ນັ້ນ ຢູ່ Tehran ທ່ານ​ປະທານາທິບໍດີ ອີຣານ Hassan Rouhani ​ໄດ້ຕຳ​ໜິຕິຕຽນ​ທ່ານ​ປະທານາທິບໍດີ Trump ​ແລະ ​ເນັ້ນ​ໜັກ​ວ່າ: “ປະຈຸ​ບັນ ບໍ່​ແມ່ນ​ຈຸດ​ເວລາ​​ເພື່ອ​ກໍ່ສ້າງ​ກີດຂວາງ​ລະຫວ່າງ​ບັນດາ​ປະ​ເທດ”. ​ເຖິງ​ວ່າ ທ່ານ Rouhani ​ ບໍ່​ມີ​ຄຳ​ວິຈານ​ໂດຍ​ກົງ​ກ່ຽວ​ກັບ​ລັດຖະດຳລັດ​ດັ່ງກ່າວ​ກໍ່ຕາມ ​ແຕ່​ກ່າວ​ວ່າ ອີຣານ ​ໄດ້​ເປີດ​ປະຕູ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ນັບ​ແຕ່​ເມື່ອ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​​ໂລກ​ໃນ​ປີ 2015. ​ໃນ​ຂະນະ​ນັ້ນ ສື່​ສັງຄົມ​ອອນ​ລາຍ Twitter ວັນ​ທີ 28/01 ​ໂຄ​ສົກ​ຂອງ​ປະທານາທິບໍດີ ​ເຊັກ​ໂກ ທ່ານ Jiri Ovcacek ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງ​ປະທານາທິບໍດີ ອາ​ເມ​ລິກາ ​ແລະ ຖື​ວ່າ: ການ​ນຳ ອາ​ເມ​ລິ​ກາ ພຽງ​ແຕ່​ຢາກ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​​ແຫ່ງຊາດ ​ແລະ ​ເປັນ​ຫ່ວງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຊາວ ອາ​ເມ​ລິ​ກາ ​ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ