ປະຕິກິລິຍາຂອງປະເທດຕ່າງໆພາຍຫຼັງ IAEA ອອກມະຕິກ່ຽວກັບ ອີຣານ

ບັນດາ​ປະ​ເທດ​ໄດ້​ມີປະຕິກິ​ລິ​ຍາ ພາຍຫຼັງ​ຄະນະອຳ​ນວນ​ການ​ອົງການ​ພະລັງງານປະລະມານູ​ສາກົນ (ຫຼື IAEA) ຮັບຮອງ​ເອົາ​ມະຕິສະ​ແດງ ”ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ​ແລະ ນັບ​ມື້​ນັບ​ເພິ່ມຂຶ້ນ” ກ່ຽວ​ກັບ​​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ຂອງ​ອີຣານ. ມະຕິ​​ເນັ້ນ​ໜັກວ່າ “ສິ່ງ​ສຳຄັນ​ແມ່ນ ອີຣານ ​ແລະ IAEA ຕ້ອງ​ເພິ່ມທະວີ​ການ ພົບ​ປະ​ເຈລະຈາ”, ພ້ອມ​ທັງ​ກໍ່​ຮຽກຮ້ອງ​ໃຫ້ ອີ​ຣານ “ປະຕິບັດ​ ບັນດາ​ພັນທະ​ຂອງ​ປະ​ເທດ​ນີ້​ຕາມ​ບັນດາ​ມະຕິ​​ທີ່​ກ່ຽວ​ຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຢ່າງ​ຄົບ​ຖ້ວນ”. ອາ​ເມ​ລິ​ກາອອກ​ຖະ​ແຫຼ​ງການ​ຊົມ​ເຊຍ​ມະຕິ​ຕົກລົງ​ຂອງ IAEA, ພ້ອມທັງ​ກໍ່​ໃຫ້​ຮູ້​ວ່າ: ຈະ​ເພິ່ມທະວີ​ຄວາມ​​ດັ່ນ ​ເພື່ອ​ໃຫ້​ ອີຣານ ປະລະ​ຄວາມຫວັງຢາກ​ມີ​ ລະ​ເບີດ ປະ​ລະ​ມາ​ນູ. ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ຊົມ​ເຊີຍ​ມະຕິ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍຂອງອີຣານໂດຍ​ອົງການ​ພະລັງງານປະລະມານູ​ສາກົນ (ຫຼື IAEA) ຮັບຮອງ​ເອົາ. ບັນດາ​ປະ​ເທດ ສະຫະພາບ​ເອີ​ລົບ ກໍ່​ອອກ ຖະ​ແຫຼ​ງການ​ຊົມ​ເຊຍ​ມະຕິ​ດັ່ງກ່າວ, ພ້ອມ​ກັນ​ນັ້ນ ກໍ່​ຊຸກຍູ້ ອີຣານຍົກ​ອອກ​​ບັນດາ​ປະຕິກິລິຍາ​ຢ່າງ​ຕັ້ງໜ້າ​ທີ່​ມີ​ຕໍ່​ບັນດາ​ຂໍ້​ສະ​ເໜີ​ຂອງ​ປະຊາ​ຄົມ​​ໂລກ.

ຂ່າວ/ບົດ​ອື່ນ