ປະຕິກິລິຍາ​ຂອງສາກົນ ກ່ຽວກັບ​ຄວາ​ມ​ເຄັ່່ງ​ຕຶງ ຢູ່ ອີຣານ

(VOVWORLD) -ພາຍຫຼັງບັນດາບັ້ນບຸກໂຈມຕີ ດ້ວຍລູກສອນໄຟຂອງອີຣານ ເພື່ອແນໃສ່ບັນດາຖານທີ່ໝ້ັນກອງທັບ ອາເມລິກາ ແລະ ທະຫານປະສົມ ຢູ່ ອີຣັກ ໃນວັນທີ 7 ມັງກອນ, ປັດຈຸບັນ ກໍາລັງ ອາເມລິກາ ທີ່ປະຈໍາການຢູ່ພາກຕາເວັນອອກ ຊີຣີ, ຢູ່ລຽບຕາມເສັ້ນຊາຍແດນຮ່ວມກັບ ອີຣັກ ພວມຈັດຢູ່ໃນສະພາບທີ່ມີຄວາມລະວັງຕົວສູງທີ່ສຸດ.
ປະຕິກິລິຍາ​ຂອງສາກົນ ກ່ຽວກັບ​ຄວາ​ມ​ເຄັ່່ງ​ຕຶງ ຢູ່ ອີຣານ - ảnh 1 ອີຣານ ບຸກໂຈມຕີທາງອາກາດ ຖານທີ່ໝັ້ນ 2 ແຫ່ງຂອງ ອາເມລິກາ ຢູ່ ອີຣັກ (ພາບ: AP)

        ຕໍ່ໜ້າສະພາບການຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ພວມປິນຂັ້ນໄດ, ທັງອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ສະຫະພາບເອີຣົບ (ອີຢູ) ຕ່າງກໍຍົກອອກບັນດາຖະແຫຼງການ ຮຽກຮ້ອງໃຫ້ຫຼີກລ້ຽງການກໍ່ຄວາມເຄັ່ງຕຶງຕື່ມອີກ. ວັນທີ 7 ມັງກອນ, ຢູ່ສໍານັກງານ NATO ຢູ່ ບຣຸກແຊນ, ທ່ານເລຂາທິການໃຫຍ່ NATO ໃຫ້ຮູ້ວ່າ ອົງການດັ່ງກ່່າວພວມຕິດຕາມການຜັນແປຢູ່ຕາເວັນອອກກາງຢ່າງໃກ້ຊິດ ແລະ ຢາກສະກັດກັ້ນ ອີຣານ ບໍ່ໃຫ້ປະຕິບັດບັນດາມາດຕະການໂຕ້ຕອບ.  ໂດຍມີທັດສະນະດຽວກັນກັບ NATO, ທ່ານນາງ Ursula von der Leyen ປະທານຄະນະກໍາມະການ ເອີຣົບ ຖືວ່າ ບັນດາການກະທໍາທີ່ເຮັດໃຫ້ສະພາບຄວາມເຄັ່ງຕຶງປິນຂັ້ນໄດນັ້ນ ຈະບໍ່ນໍາມາເຊິ່ງຜົນປະໂຫຍດຫຍັງໃຫ້ແກ່ ອີຣານ.

        ຕໍ່ໜ້າສະພາບຄວາມເຄັ່ງຕຶງຢູ່ ອີຣານ, ວັນທີ 8 ມັງກອນ, ລາຄານໍ້າມັນຂອງໂລກ ໄດ້ເພີ່ມຂຶ້ນຢ່າງແຮງ. ປັດຈຸບັນ, ນໍ້າມັນ WTI ຢູ່ ອາເມລິກາ ເພີ່ມຂຶ້ນ 4,53% ມາຢູ່ທີ່ລາຄາ 65,54 USD ຕໍ່ຖັງ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ