ປະຕິກິລິຍາຂອງຫວຽດນາມກ່ຽວກັບເລື່ອງຟິລິບປີນຮ້ອງຟ້ອງຈີນ

ປະຕິກິລິຍາຂອງຫວຽດນາມກ່ຽວກັບເລື່ອງຟິລິບປີນຮ້ອງຟ້ອງຈີນ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 31/10, ​ເມື່ອ​ຕອບ​ສຳພາດ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ ຕໍ່​​ເລື່ອງ, ວັນ​ທີ 29/10/2015, ສານກຳມະການ​​​ຄະດີ​​ຟີ​ລິບ​ປີນ ​ຮ້ອງ​ຟ້ອງຈີນ ​ໄດ້​ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ບັນຫາ​ສິດອຳນາດ ​ແລະ ຖະ​ແຫຼງການ​ວັນ​ທີ 30/10/2015 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນ ທີ່ປະຕິ​ເສດ​ຄຳ​ຕັດສິນ​ດັ່ງກ່າວ, ​ໃນ​ນັ້ນ​ສືບຕໍ່ຢັ້ງຢືນ​ອະທິປະ​ໄຕຂອງ​ຈີນ ສຳລັບ​ບັນດາ​ໝູ່​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ​ຄື​ບັນດາ​ສິດຜົນ​ປະ​ໂຫຍ​ດຂອງ​ຈີນ ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ ກ່ຽວ​ກັບ​ອະທິປະ​ໄຕ​ທີ່​ບໍ່​ອາດ​​ໂຕ້​ຖຽງກັນ​ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ກ່ຽວຂ້ອງ​ເຖິງຄະດີ​ຮ້ອງ​ຟ້ອງ​ຂອງ​ຟີ​ລິບປີນ, ​ຫຼາຍຄັ້ງ​ແລ້ວທີ່ ຫວຽດນານ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ຕົນ, ພິ​ເສດ​ແມ່ນ​ໃນ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝາກ​​ເຖິງສານກຳມະການ ​ເມື່ອ​ວັນ​ທີ 05/12/2014. ຫວຽດນາມ ຈະ​ສືບ​ຕໍ່​ຕິດຕາມ​ວິ​ວັດ​ທະ​ນາ​ການຕໍ່​​ໄປ​ຂອງຄະ​ດີ​ຮ້ອງ​ຟ້ອງ​ ​ແລະ ຮັກສາ​ສິດ​ນຳ​ໃຊ້​ທຸກ​ມາດ​ຕະການ​ສັນຕິພາບ​ທີ່​ເໝາະ​ສົມ ​ແລ​ະ ຈຳ​ເປັນ​ເພື່ອ​ປົກ​ປ​​້ອງບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນຊອບ​ທຳ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ