ປ​ະ​ຕູ​ຖານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແຫ່ງ​ຊາດ ຊ່ວຍ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​​ໄດ້ນັບ​ພັນ​ຕື້​ດົ່ງ​ຕໍ່​ປີ

(VOVWORLD) -  ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍ ສະຫຼຸບ 1 ປີ ແຫ່ງການເຄື່ອນໄຫວ ປະຕູຖານການບໍລິການສາທາລະນະແຫ່ງຊາດ ແລະ ປະກາດການບໍລິການສາທາລະນະທາງອອນລາຍ ຄັ້ງທີ 2.700.       
ປ​ະ​ຕູ​ຖານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແຫ່ງ​ຊາດ ຊ່ວຍ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​​ໄດ້ນັບ​ພັນ​ຕື້​ດົ່ງ​ຕໍ່​ປີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ການບໍລິການສາທາລະນະເປັນຈຳນວນຫຼາຍນັ້ນ ຕ້ອງມີວິທີການແກ້ໄຂເພື່ອໃຫ້ປະຊາຊົນນັບມື້ນັບລື້ງເຄີຍກັບສະພາບແວດລ້ອມເອເລັກໂຕນິກໃນການທຳທຸລະກຳທຸກປະເພດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ:

       “ລະບົບ, ໂປຼແກຼມພື້ນຖານກ່ຽວກັບການບໍລິການສາທາລະນະ ຈະໄດ້ຕິດຕັ້ງແບບອັດຕະໂນມັດໃນໂທລະສັບມືຖືລາຄາຖືກ ເພື່ອເຜີຍແຜ່ໃຫ້ປະຊາຊົນທຸກຄົນ. ຂ້າພະເຈົ້າກໍຮຽກຮ້ອງໃຫ້ບໍລິສັດໂທລະຄົມມະນາຄົມແຫ່ງຕ່າງໆພ້ອມກັນປຶກສາຫາລື, ພ້ອມກັນເຮັດ ແລະ ອັດເດດໂປຼແກຼມດັ່ງກ່າວເຂົ້າໃນລະບົບຂອງໂທລະສັບມືຖືແບບອັດຕະໂນມັດ”.

        ເພື່ອມຸ່ງໄປສູ່ເປົ້າໝາຍ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້ ກໍຄື ຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານ, ໂດຍສະເພາະແມ່ນການຫຼຸດຜ່ອນລະບຽບການບໍລິຫານຜ່ານການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ວັນທີ 9 ທັນວາ 2019, ປະຕູຖານການບໍລິການສາທາລະນະແຫ່ງຊາດ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ນັບແຕ່ນັ້ນມາຮອດວັນທີ 30 ທັນວາ 2020 ມີທັງໝົດ 2.700 ການບໍລິການໄດ້ຮັບການສະສົມ ແລະໃຫ້ການບໍລິການ. ໄລ່ມາຮອດປັດຈຸບັນ, ສາມາດປະຢັດຄ່າໃຊ້ຈ່າຍໄດ້ປະມານ 8000 ຕື້ດົ່ງ ຕໍ່ປີ (ເທົ່າກັບ 347 ລ້ານ USD).

ຕອບກັບ

ຂ່າວ/ບົດ​ອື່ນ