ປະຕິບັດຂໍ້ກຳນົດ ປະສານສົມທົບໃນ ການຄຸ້ມຄອງແລະ ບໍລິຫານເສດຖະ ກິດມະຫາພາກ


ປະຕິບັດຂໍ້ກຳນົດ ປະສານສົມທົບໃນ ການຄຸ້ມຄອງແລະ ບໍລິຫານເສດຖະ ກິດມະຫາພາກ - ảnh 1

(ພາບ: http://radiovietnam.vn)

(vovworld)– ​ ​ ​ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ເລກທີ 1317 ຂອງ​ທ່ານ​ນາຍົກລັດຖະມົນຕີກ່ຽວກັບການ​ປະຕິ​ຮູບ​ກົນ​ໄກປະສານສົມທົບ​ໃນ​ການ​ຄຸ້ມ​ຄອງ ​ແລະ ​ບໍລິຫານ​ເສດຖະກິດ​ມະຫາ​ພາກ, ຕອນ​ເຊົ້າວັນ​ທີ 17/12, ທີ່​ສຳນັກງານ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ, ທ່ານ​ບຸ່ຍ​ກວາງ​ວິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານ​ຫວຸ້ຮຸຍ​ຮ່ວາງ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​, ທ່ານ​ດິງຕຽນ​ຢຸງ,  ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ, ທ່ານ​ຫງວຽນວັນ​ບິ່ງ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ພ້ອມ​ກັນ​ເຂົ້າຮ່ວມ​ວາລະ​ປະຊຸມ​ຄັ້ງທີ 1 ຜັນ​ຂະຫຍາຍ​ການປະຕິບັດ “​ຂໍ້ກຳນົດປະສານສົມທົບໃນການຄຸ້ມຄອງແລະບໍລິຫານເສດຖະກິດມະຫາພາກ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ປີ 2014; ບັນດາ​ບັນຫາ​ຕ້ອງ​ສົມທົບ​ກັນ​ແກ້​ໄຂ​ໃນ​ໄຕ​ມາດ​ທີ 1 ປີ 2015; ຈັດຕັ້ງການ​ປະຕິບັດ​ບໍລິຫານ​ເສດຖະກິດ​ມະຫາ​ພາກ​ໃນ​ຂົງ​ເຂດ​ຕ່າງໆ. ຜ່ານັ້ນ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ກັບ​ບັນດາ​ແຜນ​ນະ​ໂຍບາຍ​ຊີ້​ນຳ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ບໍລິຫານ​ບັນດາ​ນະ​ໂຍບາຍ​ປີ​ການ​ເງິນ, ​ເງິນຕາ, ສິນ​ເຊື່ອ, ການ​ລົງທຶນ ​ແລະ ພັດທະນາ, ການ​ຄ້າ ​ແລະ ລາຄາ./.

ຂ່າວ/ບົດ​ອື່ນ