ປະຕິບັດບັນດານະໂຍບາຍໃນການຄວບຄຸມຜົນຮ້າຍຈາກເຫຼົ້ົາ,ເບຍຢ່າງຄົບຊຸດ

(VOVWORLD) -ຕອນເຊົ້າວັນທີ 16 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ.
ປະຕິບັດບັນດານະໂຍບາຍໃນການຄວບຄຸມຜົນຮ້າຍຈາກເຫຼົ້ົາ,ເບຍຢ່າງຄົບຊຸດ - ảnh 1 (ພາບປະກອບ: quochoi.vn)

ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີກັບບັນດາເນື້ອໃນຂອງຮ່າງກົດໝາຍໂດຍພື້ນຖານ ແລະ ຕີລາຄາວ່າ ມີຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ. ຄຳເຫັນສ່ວນຫຼາຍໄດ້ເຫັນດີກັບຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍ ເພື່ອແນໃສ່ເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ຮັກສາສຸຂະພາບຂອງປະຊາຊົນ; ເປັນເຈົ້າການມີມາດຕະການປ້ອງກັນ ແລະ ຈຳກັດສະພາບການນຳໃຊ້ເຫຼົ້າ, ເບຍ. ທ່ານນາງ ກວ່າງທິເວິນ, ສະມາຊິກສະພາແຫ່ງຊາດແຂວງ ດ້ຽນບຽນ, ສະເໜີວ່າ ຄວນກຳນົດການຂາຍເຫຼົ້າ, ເບຍ ຕາມໂມງເວລາຄືຫ້າມຂາຍເຫຼົ້າແຕ່ 15 ອົງສາຂຶ້ນໄປພາຍຫຼັງ 22 ໂມງຫາ 8 ໂມງຕອນເຊົ້າຂອງມື້ຕໍ່ມາ.

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ