ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ສຳລັບບັນດາທ້ອງຖິ່ນ ພວມປະຕິບັດການແຍກຫ່າງໃນສັງຄົມ ແລະ ຕໍ່ເວລາແຍກຫ່າງໃນສັງຄົມ, ນອກຈາກການປະຕິບັດບັນດາຂໍ້ກຳນົດຂອງຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ແລ້ວ ຕ້ອງປະຕິບັດບັນດາຄວາມຮຽກຮ້ອງທາງການແພດ, ສະບຽງອາຫານ, ທັນຍາຫານ, ການບໍລິການທີ່ຈຳເປັນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງປອດໄພ ໃຫ້ແກ່ປະຊາຊົນນັບທັງຢູ່ ຕາແສງ, ບ້ານ, ເທດສະບານ.
ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຊີ້ນຳເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທົ່ວປະເທດ
(ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫາກໍ່ສົ່ງໂທລະເລກທາງການໄປຍັງການນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ລັດຖະມົນຕີບັນດາກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ໃນນັ້ນເນັ້ນໜັ້ກວ່າ: ເພື່ອສະກັດກັ້ນ, ຄວບຄຸມ ໂລກລະບາດໂຄວິດ - 19 ໂດຍໄວ, ຮັກສາສຸຂະພາບ, ຊີວິດອິນຊີ ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ຕ້ອງສືບຕໍ່ສຸມໃສ່ການຊີ້ນຳ, ນຳພາ ແລະ ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ເຂັ້ມງວດ ແລະ ມີປະສິດທິຜົນ.

ສຳລັບບັນດາທ້ອງຖິ່ນ ພວມປະຕິບັດການແຍກຫ່າງໃນສັງຄົມ ແລະ ຕໍ່ເວລາແຍກຫ່າງໃນສັງຄົມ, ນອກຈາກການປະຕິບັດບັນດາຂໍ້ກຳນົດຂອງຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ແລ້ວ ຕ້ອງປະຕິບັດບັນດາຄວາມຮຽກຮ້ອງທາງການແພດ, ສະບຽງອາຫານ, ທັນຍາຫານ, ການບໍລິການທີ່ຈຳເປັນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງປອດໄພ ໃຫ້ແກ່ປະຊາຊົນນັບທັງຢູ່ ຕາແສງ, ບ້ານ, ເທດສະບານ. ການນຳຕ້ອງຊີ້ນຳໂດຍກົງ ແລະ ມີຄວາມຮັບຜິດຊອບຕໍ່ໝາກຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນ, ບຸລິມະສິດຢ່າງສູງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຍາດແຍ່ງໄລຍະປະຕິບັດການແຍກຫ່າງໃນສັງຄົມ ເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢ່າງໄວເທົ່າທີ່ຈະໄວໄດ້, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ແຜ່ລະບາດ, ເນັ້ນໜັກເຖິງການປິ່ນປົວຫຼຸດຈຳນວນຜູ້ເສຍຊີວິດລົງ ແມ່ນບຸລິມະສິດແຖວໜ້າ. ບັນດາທ້ອງຖິ່ນກະກຽມຢ່າງຄົບຖ້ວນກ່ຽວກັບຮາກຖານດູແລປິ່ນປົວໃຫ້ແກ່ ຜູ້ຕິດເຊື້ອໂຄວິດ - 19, ຮັບປະກັນການໜູນຊ່ວຍສັງຄົມ ແມ່ນສິ່ງສຳຄັນທີ່ສຸດ. ສືບຕໍ່ຍູ້ແຮງ “ການທູດວັກຊິນ” ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວຽກງານຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ການຜະລິດວັກຊິນ ພາຍໃນປະເທດ, ຈັດຕັ້ງການສັກວັກຊິນໂດຍບໍ່ເສຍຄ່າ, ມີຄວາມປອດໄພ, ທັນການ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ