ປະທານ Fidel Castro ຍາມໃດກໍ່ຖືຫວຽດນາມເປັນອ້າຍນ້ອງສະໜິດສະໜົມ

ປະທານ Fidel Castro ຍາມໃດກໍ່ຖືຫວຽດນາມເປັນອ້າຍນ້ອງສະໜິດສະໜົມ - ảnh 1
​ຜູ້ນ​ຳ ກູ​ບາ Fidel Castro ໃນ​ການ​ຢ້ຽມ​ຢາມ ແຂວງ ກວາງ​ຈີ້
(ພາບ: Granma)

(vovworld) –  ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ​ໃຫ້ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຫວຽດ​ນາມ, ຖື ຫວຽດ​ນາມ ​ເປັນ​ອ້າຍ​ນ້ອງ​ສະ​ໜິດ​ສ​ະ​ໜົມ. ທ່ານ​ປະ​ທານ Fidel Castro ແລະ ​ປະ​ທານ ໂຮ່​ຈີ​ມິນ ມີ​ການ​ພົວ​ພັນ​ພິ​ເສດ. ການ​ພົວ​ພັນ​ຖານ​ອ້າຍ​ນ້ອງນີ້​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ທັງ 2 ຊາດ ຫວຽດ​ນາມ ແລະ ກູ​ບາ ຕ້ອງ​ໄດ້​ຮັບ​ກາ​ນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ Herminio  Lopez Diaz ໄດ້​ເນັ້ນ​ໜັກ​ ຄືດັ່ງ​ກ່າວ​ໄປ​ການ​ຕອບ​ສຳ​ພາດ​ຕໍ່​​ນັກ​ຂ່າວ VOV ​ເນື່ອງໃນ​ເຫດ​ການ​ປະ​ທານ, ນັກ​ປະ​ຕິ​ວັດ Fidel Castro ເຖິງ​ແກ່​ມໍ​ລະ​ນະ​ກຳ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Herminio  Lopez Diaz  ໄດ້​ຢັ້ງ​ຢືນ​ວ່າ: ​ທຸກ​ສິ່ງ​ທີ່​ປະ​ທານ Fidel Castro ເຮັດ​ໃຫ້​ປະ​ເທດ​ຊາດ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ບໍ່​ພຽງ​ແຕ່​ນຳ​ພາ​ການ​ປະ​ຕິ​ວັດ​ຍ​າດ​ເອົາ​ເອ​ກະ​ລາດ​ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ປະ​ທານ Fidel Castro ຍັງ​ປະ​ກອບ​ສ່ວນກໍ່​ສ້າງ​ສັງ​ຄົມ​ຍຸ​ຕິ​ທຳ​ໃຫ້​ແກ່​ທຸກໆ​ຄົນ, ພິ​ເສດ​ໃນ​ການ​ສຳ​ພັດ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດກ່ຽວ​ກັບ​ການ​ສຶກ​ສາ​ໂດຍບໍ່​ເສຍ​ຄ່າ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ:

        “ນີ້​ແມ່ນ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໂດຍ​ທົ່ວ​ໂລກ ຮັບ​ຮູ້ ແລະ ຊ່ວຍ​ໃຫ້ ກູ​ບາ ມີ​ເງື​່ອນ​ໄຂ​ເພື່ອ​ບັນ​ລຸ​ໄດ້​ດັດ​ຊະ​ນີ​ສູງ​ກ່ຽວ​ກັບ​ດ້ານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ນອກ​ຈາກນັ້ນ, ຕ້ອງ​ເວົ້າ​ເຖິງ​ເລື່ອງ​ຜູ້​ບັນ​ຊາ​ການ​ໃຫຍ່ Fidel Castro ໄດ້​ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ໃນ​ເວ​ທີ​ສາ​ກົນ, ພິ​ເສດ​ຜ່ານ​ເລື່ອງ ກູ​ບາ ໄດ້​ສະ​ແດງ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ຕົນ​ກັບ​ພາ​ລະ​ກິດ​ເປັນ​ທຳ​ຂອງ​ປະ​ເທດ​ຕ່າງໆ.”

        ​ສະ​ເພາະ ຫວຽດ​ນາມ, ປະ​ທານ Fidel Castro ຍາມ​ໃດ​ກໍ່​ສະ​ຫງວນ​ນ້ຳ​ໃຈ​ຈິງ​ໃຈທີ່​ສຸດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Herminio  Lopez Diaz ເນັ້ນ​ໜັກ​ວ່າ:

“ໃນ​ທຸກ​ເທື່ອ​ທີ່​ມາ​ຢຽມ ຫວຽດ​ນາມ, ປະ​ທານ Fidel ກໍ່​ມີ​ໂອ​ກາດ​ໄດ້​ຮັບ​ຮູ້​ນ້ຳ​ໃຈ​ຮັກ​ແພງ​ທີ່​ປະ​ຊາ​ຊົນ ຫວຽດ​ນາມ ສະ​ຫງວນ​ໃຫ້​ເພີ່ນ ແລະ ນັ້ນ​ກໍ່​ແມ່ນ​​ກຳ​ລັງ​ຊຸກ​ຍູ​້​ໃຫ້​ເພີ່ນ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ແລະ ໃນ​ໄລ​ຍະ​​​ທີ່​ທ່ານ​ດຳ​ລົງ​ບັນ​ດາ​ຕຳ​ແໜ່ງຂອງ​ລັດ ຮອດ​ຈຸດ​ເວ​ລາ​ທ່ານ​​ອອກ​ພັກ​ຜ່ອນເມື່ອ​ປີ 2006 ແລະ ຮອດ​ຈຸດ​ເວ​ລາ​ປະ​ຈຸ​ບັນ, ໃນ​ການ​ພົບ​ປະກັບ​ການ​ນຳ ຫວຽດ​ນາມ, Fidel ຍາມ​ໃດ​ກໍ່​ເນັ້ນ​ໜັກ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, ການ​ພົວ​ພັນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ພົວ​ພັນ​ສາ​ກົນ.”

        


ຂ່າວ/ບົດ​ອື່ນ