ປ​ະ​ທານ ກູ​ບາ ນຳສານ​ຂອງ G77 ​ມາ​ສູ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

(VOVWORLD) -  ວັນທີ 17 ກັນຍາ, ທ່ານປະທານ ກູບາ Miguel Diaz-Canel ໄດ້ເດີນທາງໄປຍັງນະຄອນ ນິວຢອກ ຂອງ ອາເມລິກາ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຄັ້ງທີ 78 (UNGA – 78), ເຊິ່ງເລີ່ມແຕ່ວັນທີ 19 ດ້ວຍວາລະປຶກສາຫາລືລວມ ແລະ ການເຈລະຈາຂັ້ນສູງກ່ຽວກັບການເງິນຮັບໃຊ້ການພັດທະນາ.   
ປ​ະ​ທານ ກູ​ບາ ນຳສານ​ຂອງ G77 ​ມາ​ສູ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ - ảnh 1ທ່ານປະທານ ກູບາ Miguel Diaz-Canel  ກ່າວຄຳປາໄສ ໄຂກອງປະຊຸມ G77 (ພາບ: TTXVN)

ໃນແຈ້ງການຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodríguez Parrilla ເນັ້ນໜັກວ່າ ທ່ານ Díaz-Canel ຈະນຳສານຂອງ ກູບາ ແລະ ບັນດາກຸ່ມປະເທດພວມພັດທະນາ (G77) ໄປຍັງກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 78.  ໃນຖານະເປັນປະທານຂອງ G77, ກູບາຈະຕາງໜ້າໃຫ້ກຸ່ມນີ້ ເພື່ອປົກປ້ອງຜົນປະໂຫຍດ ແລະ ນຳສະເໜີບັນດາຄຳຮຽກຮ້ອງຕ້ອງການທີ່ຊອບທຳ ເຊິ່ງໄດ້ຍົກອອກມາໃນກອງປະຊຸມສຸດຍອດ G77 ແລະ ຈີນ ຜ່ານມາ.

        ດ້ວຍຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປຸກລຸກນ້ຳໃຈສາມັກຄີທົ່ວໂລກ: ເພີ່ມທະວີການກະທຳເພື່ອໂຄງການດຳເນີນງານ 2030 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ  ມຸ່ງໄປເຖິງສັນຕິພາບ, ວັດທະນາຖາວອນ, ຄວາມກ້າວໜ້າ ແລະ ຍືນຍົງໃຫ້ທຸກໆຄົນ”, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78  ຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງທີ່ສຸດ, ເປັນຕົ້ນແມ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ສະກັດກັ້ນໂລກລະບາດ, ລົບລ້າງອາວຸດນິວເຄຼຍ…

ຕອບກັບ

ຂ່າວ/ບົດ​ອື່ນ