ປະທານ ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ

(VOVWORLD) - ໃນວັນທີ 19 ກັນຍາ 2018 ທ່ານ ຄຳຮຸ່ງ  ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຕ້ອນຮັບ ທ່ານ ຫງຽນ ງ໋ອກ ຮຸງ ປະທານສະພາກາແດງແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ  ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ,

ເພື່ອເປັນການເສີມຂະຫຍາຍສາຍຮັດແໜ້ນ ສາຍພົວພັນມິດຕະພາບ  ແລະ ທັງເປັນການຜັນຂະຫຍາຍກອບການຮ່ວມມື ລະຫວ່າງ ອົງການກາແດງລາວ ແລະ ສະພາກາແດງ  ສສ.ຫວຽດນາມ ທີ່ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ໃນປີ  2013  ໃຫ້ປະສົບຜົນສຳເລັດ ແລະ ມີຄວາມແໜ້ນແຟ້ນຍິ່ງໆ ຂຶ້ນ.

ປະທານ ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ (ພາບ: ຂປລ)

ໃນໂອກາດດຽວນີ້, ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ສະແດງຄວາມຊົມເຊີຍ,  ຍີນດີຕ້ອນຮັບ ຕໍ່ຄະນະທ່ານ ຫງຽນ ງ໋ອກຮຸງ ປະທານສະພາກາແດງແຂວງ  ເທື່ອທຽນເຫວ້ ສສ ຫວຽດນາມ  ພ້ອມດ້ວຍ ຄະນະ.ໄລຍະຜ່ານມາສະພາກາແດງ  ສສ.ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອ ອົງການກາແດງລາວ ແລະ ປະ ຊາຊົນລາວ, ເປັນຕົ້ນ ໂຄງການລ້ຽງງົວ ທີ່ໄດ້ຈັດຕັ້ງຢູ່ບາງແຂວງ, ການຍົກລະດັບໃຫ້ພະນັກ ງານຂັ້ນສູນກາງ ແລະ ອື່ນໆ. ພ້ອມນີ້, ປະທານອົງການກາແດງລາວ ກໍໄດ້ແຈ້ງ ກ່ຽວກັບສະພາບດິນຟ້າອາກາດທີ່ມີການປ່ຽນແປງ, ເຊິ່ງໄດ້ເຮັດໃຫ້ ທົ່ວປະເທດມີຝົນຕົກໜັກ ຕິດຕໍກັນຫລາຍວັນ ເຮັດໃຫ້ ຫລາຍແຂວງເກິດໄພນໍ້າຖ້ວມ,  ອັນໄດ້ສ້າງຄວາມເສຍຫາຍທາງດ້ານພື້ນຖານ ໂຄງລ່າງ, ດ້ານສາທາລະນະສຸກ,  ການສຶກສາ ແລະ ການດຳລົງຊີວິດ ຂອງປະຊາຊົນ ແມ່ນໄດ້ຮັບຜົນກະທົບ,  ພິເສດ ແມ່ນໄພພິບັດ ຄູສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ  ໄດ້ສ້າງຜົນກະທົບ 13 ບ້ານ ຂອງເມືອງ  ສະໜາມໄຊ ແຂວງ ອັດຕະປື ແລະ ມີ 6 ບ້ານ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່  ຕໍ່ສະພາບເຫດການທີ່ເກີດຂຶ້ນດັ່ງກ່າວ, ທາງອົງການກາແດງລາວ ກໍ່ໄດ້ຈັດຕັ້ງ  ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ  ໄດ້ມີການລະດົມສັງຄົມ ເພື່ອຊ່ວຍເຫລືອຜູ້ປະສົບໄພ  ສຸກເສີນທາງດ້ານສຸຂະອະນາໄມ,  ອາຫານ, ທີ່ພັກອາໃສ ແລະ ນໍ້າສະອາດ.

ໃນໂອກາດດັ່ງກ່າວ, ທ່ານ ຫງຽນ ງ໋ອກ ຮຸງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມ ສະແດງຄວາມເປັນຫ່ວງເປັນໃຍ  ແລະ ຄວາມຮູ້ສຶກເສຍໃຈ ທີ່ເກີດໄພພິບັດອັນຮ້າຍແຮງ ຕໍ່ປະຊາຊົນລາວ ທີ່ ເມືອງສະໜາມໄຊ  ແຂວງອັດຕະປື. ໃນນາມສະພາກາແດງ ສະພາກາແດງແຂວງ ເທື່ອ ທຽນ ເຫວ້ ສສ. ຫວຽດນາມ   ຂໍແບ່ງເບົາຄວາມທຸກໂສກໃຫ້ຫາຍສິ້ນໄປ  ແລະ ເຊື່ອແນ່ວ່າລັດຖະບານ  ແລະ ປະຊາຊົນລາວ ຈະສາມາດຜ່ານຜ່າສິ່ງດັ່ງກ່າວນິ້ໄປໄດ້.  ໄລຍະຜ່ານມາສະພາກາແດງ ແຂວງ  ເທື່ອທຽນ ເຫວ້ ສສ.ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອປະຊາຊົນ  ບັດດາເມືອງ ທີ່ຕິດກັບຊາຍຊາຍແດນ  ຂອງແຂວງສາລະວັນທີ່ທຸກຍາກ  ແລະ ປະສົບໄພພິບັດຕ່າງໆ  ແລະ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ລະ ຫວ່າງ ອົງການກາແດງສາລະວັນ ແລະ ສະພາກາແດງແຂວງ ເທື່ອທຽນເຫວ້ ສສ.ຫວຽດ ນາມ ໃນປີ 2018 - ປີ 2022  ໃນການຮ່ວມມື ແລະ ການຊ່ວຍເຫລືອ  ລະຫວ່າງແຂວງຕໍ່ແຂວງ ເປັນຕົ້ນແມ່ນ ການພົວ ພັນ  ການຮ່ວມມື, ການຍົກລະດັບໃຫ້ພະນັກງານ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສະກັດກັ້ນໄພພິບັດ.  ນອກນັ້ນ, ຍັງມີແຜນຈະສ້າງເຮືອນ ໃຫ້ປະຊາຊົນຜູ້ທຸກຍາກ ໃນມູນຄ່າຫລັງໜຶ່ງ 30 ລ້ານດົງ  ແລະ ສະໜອງງົວ ໃຫ້ປະຊາຊົນ ຄອບຄົວທີ່ທຸກຍາກລ້ຽງຕຶ່ມອີກ.

ໃນໂອກາດທີ່ ທ່ານ ຫງຽນ ງ໋ອກ ຮຸງ ປະທານສະພາກາແດງແຂວງ ເທື່ອທຽນເຫວ້ ສສ.ຫວຽດ ນາມ ມາເຄື່ອນໄຫວເຮັດວຽກໃນຄັ້ງນີ້,  ຍັງໄດ້ມອບທຶນລ້ຽງງົວ ມູນຄ່າ 150 ລ້ານດົງ ໃຫ້ແກ່ອົງການ ກາແດງແຂວງ ເພື່ອຊື້ງົວ ໃຫ້ຄອບຄົວທີ່ທຸກຍາກຕື່ມອີກ.

ຕາມ:ຂປລ

ຕອບກັບ

ຂ່າວ/ບົດ​ອື່ນ