ປະທານASOCIOຕີລາຄາສູງເລື່ອງຫວຽດນາມຈັດຕັ້ງເວທີປາໄສຂັ້ນສູງເຕັກໂນໂລຊີຂໍ້ມູນຂ່າວສານ

ປະທານASOCIOຕີລາຄາສູງເລື່ອງຫວຽດນາມຈັດຕັ້ງເວທີປາໄສຂັ້ນສູງເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1
(ທ່ານ ບຸນຣັດ ສະຣັດຄາ​ນົນ, ປະທານ ASOCIO (ເບື້ອງຂວາ)
ແລະ ຮອງປະທານ​ທີ່​ໜຶ່ງ ASOCIO)


(vovworld) – ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຫວຽດນາມ - ASOCIO 2014 ​ເຊິ່ງ​ດຳ​ເນີນ​ໃນ​ວັນ​ທີ 30/10 ຢູ່​ຮ່າ​ໂນ້ຍ. ທ່ານ ບຸນຣັດ ສະຣັດຄາ​ນົນ, ປະທານ​ສະມາຄົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ອຸດສາຫະກຳ​ໄທ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ ASOCIO. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ, ທ່ານ ບຸນຣັດ ສະຣັດຄາ​ນົນ ຕີ​ລາຄາ​ສູງ​ອົງການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ແມ່ນ​ສະ​ຫະສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ (VINASA) ກໍ່​ຄື​ລັດຖະບານ​ຫວຽດນາມ ທີ່​ໄດ້​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃຫຍ່​ຫຼວງ​ໃຫ້​ເຫດການ​ດັ່ງກ່າວ. ທ່ານ ບຸນຣັດ ສະຣັດຄາ​ນົນ ກ່າວ​ວ່າ.

   “ຂ້າພະ​ເຈົ້າ​ຄິດ​ວ່າ, ​ເວທີ​ປາ​ໄສ​ໄດ້​ຮັບ​ຜົນສຳ​ເລັດ ​ເມື່ອ​ພວກ​ເພື່ອນ​ດຶງ​ດູດ​ໄດ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ, ບັນດາ​ອົງການ​ບໍລິຫານ, ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ໄວ​ໜຸ່ມ ຫາກ​ບໍ່​ພຽງ​ແຕ່​ສະມາຊິກ​ຂອງ ASOCIO. ຍ້ອນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານສາ​ມາດ​ຕັດສິນ​ການ​ພັດທະນາ​ຂອງ​ເສດຖະກິດ, ສັງຄົມ​ໄດ້”.

        ທ່ານ ບຸນຣັດ ສະຣັດຄາ​ນົນ ກໍ່​ຢືນຢັນ​ວ່າ, ​ໃນ​ຖານະ​ຕຳ​ແໜ່​ງ​ໃ​ໝ່, ພ້ອມ​ກັບ​ຮອງປະທານ​ທີ່​ໜຶ່ງ ASOCIO, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ຕະຫຼາດ​ໃນ​ພາກ​ພື້ນ ກໍ່​ຄື​ກຽມ​ພ້ອມ​ໃຫ້​ປີ​ການ​ຄ້າ​ເສລີ​ອາ​ຊຽນ 2015.

ຂ່າວ/ບົດ​ອື່ນ