ປະທານກຸຍບາ Raul Castro ຕ້ອນຮັບແລະເຈລະຈາກັບທ່ານປະທານປະເທດເຈີນດ້າຍກວາງ

ປະທານກຸຍບາ Raul Castro ຕ້ອນຮັບແລະເຈລະຈາກັບທ່ານປະທານປະເທດເຈີນດ້າຍກວາງ - ảnh 1
(ທ່ານປະທານກຸຍບາ Raul Castro ຕ້ອນຮັບ
ທ່ານປະທານປະເທດເຈີນດ້າຍກວາງ)

(vovworld) - ​​​ ​​ ​ວັນ​ທີ 16/11, ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄປ​ຢ້​ຽມ​ຢາມ​ປະ​ເທດ​ສ.ກຸຍ​ບາ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 15 – 17/11, ຖືກ​ດຳ​ເນີນ​ຢູ່​ຫໍ​ປະ​ຕິ​ວັດ ​ທີ່​ນະ​ຄອນ​ຫຼວງ ລາ​ຮາ​ວານ, ດ້ວຍວິ​ທີ​ການ​ສົມ​ກຽດ​ທີ່​ສະ​ຫງວນ​ໃນ​ປະ​ມຸກ​ລັດ. ພາຍ​ຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ​ກຸຍ​ບາ​ Raul Castro ແລະ ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ​້​ດຳ​ເນີນ​ການ​ເຈ​ລະ​ຈາ. ທີ່​ການ​ເຈ​ລະ​ຈາ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ໂດຍ​ຖື​ວ່າ, 2 ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ ແລະ ການ​ຮ່ວມ​ມືຫຼາຍ​ຢ່າງ​ທີ່​ສາ​ມາດ​ຂຸດ​ຄົ້ນໄດ້, ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ກະ​ສິ​ກ​ຳ, ສິນ​ໃນ​ນ້ຳ… ການ​ນຳ 2 ​ທ່ານໄດ້​ຕົກ​ລົງ​ສືບ​ຕໍ່​ຊີ້​ນຳ​ເພື່ອ​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ກະ​ສິ​ກຳ ແລະ ສິນ​ໃນ​ນ້ຳ, ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື ແລະ ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທ່ອງ​ທ່ຽວ, ຜະ​ລິດ​ວັດ​ສະ​ດຸກໍ່​ສ້າງ, ເຄື່ອງ​ໃຊ້​ສອຍ. 2 ຝ່ານ​ຢືນ​ຢັນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຮ່ວມ​ມື ແລະ ສະ​ໜັບ​​ສະ​ໜູນເຊິ່ງ​ກັນ​ແລະ​ກັນ ຢູ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ ເພື່​ອ​ແນ​ໃສ່​ປົກ​ປ້ອ​ງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ກ​ໍ​ຄື​ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽ​ງ​ ແລະ ທີ່​ຕັ້ງຂອງ​ແຕ່​ລະ​ປະ​ເທດ, ​ທັງ​ປະ​ກອບ​ສ່ວນ​​ຢ່າງຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຕໍ່​ສູ້​ລວມ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່ 2 ພາກ​ພື້ນ​ ແລະ ໃນ​ໂລກ.

        ແລະ​ກໍ​ໃນ​ວັນ​ທີ 16/11, ທີ່​ການ​ພົບ​ປະ​ເຈ​ລະ​ຈ​າ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຸຍ​ບາ Esteban Lazo, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ໃຫ້ 2 ອົງ​ການ​​ນິ​ຕິ​ບັນ​ຍັດໝາຍ​ຂອງ 2 ປະ​ເທດ ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ຕິດ​ຕາມກວດກ​າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ, ຄຳ​ໝັ້ນ​ສັນ​ຍາ​ລະ​ຫວ່າງ​ລັດ, ລັດ​ຖະ​ບານ 2 ປະ​ເທດ ເພື່ອ​ແນ​ໃສ່​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາກ​ົນ​ໄກ​ ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ກ​ໍ​ຄື​ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດ​າ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການພົວ​ພັນ​ຕ່າງ​ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ແລະ ແຜນ​ການ​ກຸຍ​ບາ Ricardo Cabrisas ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ໃຫ້​ລັ​ດ​ຖະ​ບານ 2 ປະ​ເທດ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ ເພື່ອ​ແນ​ໃສ່​ຍົກ​ສ​ູງ​ປະ​ສິ​ທິ​ຜົນ​ບັນ​ດາ​ກົນ​ໄກ ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ.

        ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ປະ​ຖົມ ຫງວຽນ​ວັນ​ໂຈ້ຍ ຢູ່​ນະ​ຄອນ​ຫຼວງ ລາ​ຮາ​ວານ. ຕອນ​ຄ່ຳ​ວັນ​ທີ 16/11, ສະ​ພາ​ແຫ່ງ​ລັດ​ກຸຍ​ບາ ໄດ້​ມອບຫຼ​ຽນ​ໄຊ Jose Marti, ເຊິ່ງ​ເປັນ​ຂອງ​ຂວັນ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງ​ລັດ​ກຸຍ​ບາ ທີ່​ສະ​ຫງວນ​ໃຫ້​ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວາງ.

ຂ່າວ/ບົດ​ອື່ນ