ປະທານກູບາ Fidel Castro ໃນຫົວໃຈຂອງຊາວ ຫວຽດນາມ

ປະທານກູບາ Fidel Castro ໃນຫົວໃຈຂອງຊາວ ຫວຽດນາມ - ảnh 1
(ການ​ນຳ Fidel Castro)

(vovworld) - ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ, ໃນ​ຫົວ​ໃຈ​ຂອງ​ຊາວ ຫວຽດ​ນາມ​ແຕ່​ລະ​ຄົນ, ກູ​ບາ ແລະ ການ​ນຳ Fidel Castro ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ, ຈິດ​ໃຈ​ລຸກ​ຮຶຂຶ້ນ ແລະ ຄວາມ​ຫວັງ​​ມຸ້ງ​ໄປ​ສູ່ອິດ​ສະ​ລະ​ພາບ, ຄວາມ​ຜາ​ສຸກ. ປະ​ຊາ​ຊົນ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຮັກ ແລະ ຄວາມ​ນັບ​ຖືຕໍ່ປະ​ຊາ​ຊົນ ກູ​ບາ, ປະ​ທານ Fidel Castro. ຍ້ອ​ນ​ເຫດ​ນັ້ນ, ການ​ລ່ວງ​ລັບ​ໄປ​ຂອງປະ​ທານ Fidel Castro ໄດ້​ເຮັດ​ໃຫ້​ຊາວ ຫວຽດ​ນາມ​ ລຸ້ນ​ຕ່າງໆ​​ຮູ້​ສຶກໂສກ​ເສົ້າ​ເສຍ​ດາຍທີ່​ສຸດ, ໃນ​ນັ້ນ​ມີ​ບາງ​ຄົນ​ໂຊກ​ດີ​ທີ່​ມີ​ໂອ​ກາດ​ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ທ່ານ. ທ່ານ ຫງວຽນ​ຢູຍ​ເກືອງ, ຮອ​ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ, ແບ່ງ​ປັນ​ວ່າ:

        “ຄວາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​​ສະ​ເທືອນ​ໃຈ ແລະ ໂສກ​ເສົ້າ​ທີ່​ສຸດເມື່ອ​ໄດ້​ຮັບ​ຂ່າວ​ປະ​ທານ Fidel Castro ເຖິງ​ແກ່​ມໍ​ລະ​ນະ​ກຳ. ໃນ​ນາມ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ປະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ. ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູບາ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເພື່ອ​ສາ​ມັກ​ຄີ​ກັບ ກູ​ບາ. ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄວາມ​ໂສກ​ເສົ້າ​ເສຍ​ດາຍນີ້​ເຖິງ​ບັນ​ດາ​ເພື່ອນ​ ກູ​ບາ ຜູ້​ສະ​ໜິດ​ສະ​ໜົມ​ທີ່​ສຸດ​ຂອງ​ຕົນ”.

        ນັບ​ແຕ່ວັນ​ທີ 28 -11, ເມື່ອ​ສະ​ຖານ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ເປີດ​ປະ​ຕູ​ຕ້ອນ​ຮັບ​ຄະ​ນະ​ຕ່າງໆ​ມາ​ໄວ້​ອາ​ໄລ​ປະ​ທານ Fidel Castro, ແຕ່​ລະ​ມື້​ມີຫຼາຍ​ຄະ​ນະ​ໄດ້​ມາ​ອຳ​ລາ​ການ​ນຳ​ຜູ້​ດີ​ເລີດ​ຂອງ​ການ​ປະ​ຕິ​ວັດ ກູ​ບາ. ນຳ​ໜ້າ​ຄະ​ນະ​ຜູ້​ແທນ ວິ​ທະ​ຍຸ​ກະ​ຈາຍ​ສຽງ ​ຫວຽດ​ນາມ ມາ​ໄວ້​ອາ​ໄລ, ທ່ານ ຫງວຽນ​ຊວນ​ຮູຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ ແລະ ຮູ້​ບຸນ​ຄຸນປະ​ທານ Fidel Castro ທີ່​ໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​ທຸກ​ດ້ານ ເພື່ອ​ໃຫ້ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ພັດ​ທະ​ນາ​ພາ​ລະ​ກິດ​ກະ​ຈາຍ​ສຽງ, ໂທ​ລະ​ພາບ, ໜູນ​ຊ່ວຍ​ການ​ກະ​ຈາຍ​ຄື້ນ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຢູ່ ກູ​ບາ. ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊ່ວຍ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ​ໃນ​ຊຸມ​ເດືອນ​ປີ​ແຫ່ງ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ສ້າງ​ສາ​ປະ​ເທດ.

        ເຖິງວ່າ​ບໍ່​ທັນ​ໄດ້​ໄປ ກູ​ບາ ຈັກ​ເທື່ອ, ແຕ່​ທ່ານ ດັ້ງ​ງອກ​ຕວນ, ຢູ່ ຮ່າ​ໂນ້ຍ​ ໄດ້​ແບ່ງ​ປັນ​ວ່າ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ປະ​ເທດ ກູ​ບາ, ປະ​ທານ Fidel Castroໄດ້​ກາຍ​ເປັນ​ຊື່​ອັນ​ສະ​ໜິດ​ສະ​ໜົມ​ກັບ​ທ່ານ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ເທືອນ​ໃຈ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ລຸ້ນ​ໄດ້​ຜ່ານ​ສົງ​ຄາມ, ແລະ ​ເຫັນ​ປະ​ຈັກ​ຕາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ແຫ່ງ​ການ​ຕໍ່​ຕ້ານ ຕ້ານ ອາ​ເມ​ລິ​ກາ, ແລະ ເຫັນ​​ປະ​ຈັກ​ຕາ​ການ​ກະ​ທຳ​ທີ່ປະ​ທານ Fidel Castro ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ. ປະ​ເທດ ກູ​ບາ​ ເຖິງວ່າ​ຈະ​ນ້ອຍ​ແຕ່​ພັດ​ວິ​ລະ​ຊົນ ແລະ ພິ​ລະ​ອາດ​ຫານ. ນ້ຳໃຈ​ເພື່ອນ​ມິດ ຫວຽດ​ນາມ - ກູ​ບາ ແມ່ນ​ນ້ຳ​ໃຈ​​ຈົ່ງ​ຮັກ​ພັກ​ດີ, ບໍ​ລິ​ສຸດ​ຜຸດ​ຜ່ອງ​ມີ​ໜຶ່ງ​ບໍ່​ມີ​ສອງ​ຢູ່​ໃນ​ໂລກ”.

        ມີ​ແຕ່​ຮູ້​ເຖິງ​ປະ​ເທດ ກູ​ບາ ແລະ ປະ​ທານ Fidel Castro ຜ່ານ​ການ​ເລົ່າ​ເລື່ອງ​ຂອງ​ພໍ່​ຕູ້​ແມ່​ຕູ້ກໍ່​ຕາມ, ແຕ່ທ້າວ ດັ້ງ​ຈຸງ​ຮ໋ຽວ, ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ:

        “ເມື່ອ​ໄດ້​ຮັບ​ຂ່າວ​ປະ​ທານ Fidel Castro ​ເຖິງ​ແກ່​ມໍ​ລະ​ນະ​ກຳ, ນ້ອງ​ເອງ​ຮູ້​ສຶກ​ໂສກ​ເສົ້າຫຼາຍ, ນ້ອງ​ມາ​ແຫ່ງນີ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ຕົນ​ຕໍ່ ປະ​ທານ Fidel Castro. ນ້ອງ​ຫວັງ​ວ່າ​ບໍ່​ພຽງ​ແຕ່​ມີ​ນ້ອງ​ເທົ່າ​ນັ້ນ, ຫາກ​ພວກເພື່ອນ​ໜຸ່ມ​ອື່ນ​ອີກຫຼາຍ​ຄົນ​ກໍ່​ຈະ​ສືບ​ຕໍ່​​ປະ​ກອບ​ສ່ວນເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ກູ​ບາ ອີກ​ດ້ວຍ”.

        ບໍ່​ເຄີຍ​ມີ​ສອງ​ປະ​ເທດ​ໃດ​ທີ່​ຫ່າງ​ໄກ​ກັນເຖິງ​ເຄິ່ງ​ໜຶ່ງ​ໜ່ວຍ​ໂລກ, ມີ​ວັດ​ທະ​ນະ​ທຳ, ພາ​ສາ​ຕ່າງ​ກັນ, ບໍ່​ມີ​ການ​ກ່ຽວ​ພັນ​ດ້ານ​ພູມ​ສາດ​ການ​ເມືອງ​ປານ​ໃດ, ແຕ່​ພັດ​ມີ​ສາຍ​ພົວ​ພັນ​​ສັດ​ຊື່​ບໍ​ລິ​ສຸດ​ຄື ຫວຽດ​ນາມ - ກູ​ບາ. ປະ​ຊາ​ຊົນ ຫວຽດ​ນາມ ຮັກ​ແພງ ປະ​ທານ Fidel Castro ຄື​ດັ່ງ​ປະ​ຊາ​ຊົນ ກູ​ບາ ຮັກ​ແພງ​ປະ​ທານ ໂຮ່​ຈີ​ມິນ.

        ໃນ​ຊຸມ​ປີ​ມໍ່ໆ​ມານີ້, ​ເມື່ອ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກູ​ບາ, ຍາມ​ໃດບັນ​ດາ​ການ​ນຳ​ພັກ, ລັດ​​ກໍ່​​ມາ​ຢາມປະ​ທານ Fidel Castro. ແລະ ຫວ່າງ​ແລ້ວນີ້, ການ​ຢ້ຽມ​ຢາມ ກູ​ບາ​ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈິ່ນ​ດ້າຍກວາງ​ເມື່ອ​ເດືອນ 11 ປີ 2016 ຜ່ານ​ມາ,ໄດ້​​ເປັນ​ຂີດ​ໝາຍ​ສ່ວນ​ໜຶ່ງ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນສອງ​ປະ​ເທດ, ເມື່ອ​​ທ່ານ​ເປັນ​ປະ​ມຸກ​ລັດ​ຕ່າງ​ປະ​ເທດ​ຜູ້​ສຸດ​ທ້າຍ​ໄດ້​ພົບ​ປະ​ກັບ​ການ​ນຳ Fidel Castro.

ຂ່າວ/ບົດ​ອື່ນ