ປະ​ທານ​ກຸ່ມ Eurogroup ຕີ​ລາ​ຄາ​ເສດ​ຖະ​ກິດ ເອີ​ລົບ​ພວມ​ຢູ່​ໃນ​​ໄລ​ຍະ​ເໝືອນ​ດັ່ງ​ໄລ​ຍະ​ສົງ​ຄາມ

(VOVWORLD) -ວັນທີ 16 ມີນາທ່ານ Mario Centeno ປະທານກຸ່ມ Eurogroup ທັງເປັນລັດຖະມົນຕີການເງິນ ປ໊ອກຕຸຍການ, ໄດ້ກ່າວເຕືອນວ່າ ໃນສະພາບການໂລກລະບາດ Covid -19 ຄືໃນປັດຈຸບັນ, ເສດຖະກິດເອີລົບພວມຢູ່ໃນໄລຍະເໝືອນດັ່ງໄລຍະສົງຄາມ ແລະ ຄວາມຫຍຸ້ງຍາກນີ້ຍັງຄົງຍາວນານຢູ່.
ປະ​ທານ​ກຸ່ມ Eurogroup ຕີ​ລາ​ຄາ​ເສດ​ຖະ​ກິດ ເອີ​ລົບ​ພວມ​ຢູ່​ໃນ​​ໄລ​ຍະ​ເໝືອນ​ດັ່ງ​ໄລ​ຍະ​ສົງ​ຄາມ - ảnh 1ທ່ານ Mario Centeno ປະທານກຸ່ມ Eurogroup ກ່າວຄຳເຫັນທີ່ກອງປະຊຸມ(ພາບ: AFP/TTXVN) 

ກ່າວຄຳເຫັນທີ່ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດຂອງ ລັດຖະມົນຕີການເງິນບັນດາປະເທດທີ່ນຳໃຊ້ສະກຸນເງິນລວມເອີຣົບ (Eurozone), ທ່ານ Centeno ເນັ້ນໜັກເຖິງບັນດາປະເທດເອີຣົບລ້ວນແຕ່ຮັບຮູ້ໄດ້ວ່າ ໂລກລະບາດ Covid -19 ຍັງບໍ່ເຖິງຈຸດສູງສຸດ. ດັ່ງນັ້ນ, ບັນດາມາດຕະການໃນປັດຈຸບັນເຊິ່ງບັນດາປະເທດເອີຣົບ ຍົກອອກມາເພື່ອແນໃສ່ສະກັດກັ້ນໂລກລະບາດແມ່ນມາດຕະການຊົ່ວຄາວໃນການຮັບມືອັນຍາວນານນີ້. ຕາມທ່ານແລ້ວ, ບັນດາມາດຕະການສະກັດກັ້ນໂລກລະບາດແບບບັງຄັບຄືໃນປັດຈຸບັນພວມເຮັດໃຫ້ພື້ນຖານເສດຖະກິດຂອງບັນດາປະເທດເອີຣົບຕົກເຂົ້າສູ່ໄລຍະຄືໄລຍະສົງຄາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ