ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ອອກແຈ້ງການດ່ວນ

(VOVWORLD) -ນະຄອນ ຮ່າໂນ້ຍ ໄດ້ອອກແຈ້ງການດ່ວນ ຮຽກຮ້ອງໃຫ້ບັນດາຫົວຫນ້າ ພະແນກ, ຂະແຫນງການຕ່າງໆ, ປະທານຄະນະກຳມະການປະຊາຊົນເມືອງ, ເທດສະບານ, ຕາແສງ ປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດ.
ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ອອກແຈ້ງການດ່ວນ - ảnh 1 (ພາບປະກອບ)

ຕໍ່ຫນ້າການຜັນແປຫລ້າສຸດຂອງໂລກລະບາດໂຄວິດ 19, ວັນທີ 26 ກໍລະກົດ, ທ່ານ ຫງວຽນດຶກຈູງ ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ອອກແຈ້ງການດ່ວນ ຮຽກຮ້ອງໃຫ້ບັນດາຫົວຫນ້າ ພະແນກ, ຂະແຫນງການຕ່າງໆ, ປະທານຄະນະກຳມະການປະຊາຊົນເມືອງ, ເທດສະບານ, ຕາແສງ ປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດ. ຕາມນັ້ນແລ້ວ, ຕຳຫລວດນະຄອນ ສົມທົບກັບ ຄະນະກຳມະການປະຊາຊົນ ເມືອງ, ເທດສະບານ ຊີ້ນຳບັນດາຫົວຫນ່ວຍ ສຳຫລວດກວດຄືນ ຕິດຕາມກວດກາຢ່າງເຂັ້ມງວດບັນດາກໍລະນີ ເຂົ້າເມືອງ ທີ່ກັບມາຈາກຕ່າງປະເທດ ພວມເຮັດວຽກ ແລະ ອາໄສຢູ່ບໍລິເວນ ນະຄອນ, ວິໄຈບັນດາກໍລະນີຖືກສົງໄສວ່າຕິດເຊື້ອ ແລະ ປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ