ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລາວ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລາວ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ​ຕ້ອນຮັບ​ທ່າ​ນ​ເອກ​ອັກຄະ​ລັດຖະທູດ ລາວ
 ປະຈຳ ຫວຽດນາມ ທອງ​ສະຫວັນ ພົມ​ວິຫານ

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 22/06 ທີ່​ການ​ຕ້ອນຮັບ​ທ່າ​ນ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ທອງ​ສະຫວັນ ພົມ​ວິຫານ ​ເຂົ້າ​ຢ້ຽມຂ່ຳນັບ ​ເນື່ອງ​ໃນ​ໂອກາດ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່ ຫວຽດນາມ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ດ້ວຍກຳລັງ​ຄວາມ​ສາມາດ ​ແລະ ບົດຮຽນຢ່າງຫລວງ​ຫລາຍນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ທອງ​ສະຫວັນ ພົມວິຫານ ຈະ​ເຮັດ​ລ້ອນ​ໜ້າ​ທີ່ຮັບຜິດຊອບ​ສຳຄັນ​ຂອງ​ຕົນ​ເປັນ​ຢ່າງ​ດີ​ ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ. ບົນ​ນ້ຳ​ໃຈ​​ແຫ່ງການ​ພົວພັນ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ພັດທະນາ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ປະສິດ​ທິຜົນ​ໃນ​ທຸກ​ຂົງ​ເຂດ, ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ​ແລະ ລາວ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ບັນດາ​ຂົງ​ເຂດ,

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ທອງສະຫວັນ ພົມວິຫານ ຢືນຢັນ​ວ່າ: ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ​່ຂອງ​ຕົນ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ​​ເປັນ​ຂົວ​ເຊື່ອ​ມຕໍ່ ​​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ການ​ພົວພັນ​ມິ​ດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ.

 

ຂ່າວ/ບົດ​ອື່ນ