ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມອວຍພອນວັນບຸນຄຼິດສະມາດຢູ່ແຂວງດັ໊ກລັ໊ກ

(VOVWORLD) -ຫວັງວ່າໃນໄລຍະຈະມາເຖິງ, ດ້ວຍອິດທິພົນຊື່ສຽງຂອງຄຸນພໍ່ນັ້ນ, ຄຸນພໍ່ຈະສືບຕໍ່ລະດົມກຳລັງໃຈປະຊາຊົນຊາວຄຼິດປະຕິບັດບັນດາບັ້ນຂົນຂວາຍແຂ່ງຂັນຮັກຊາດ

ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມອວຍພອນວັນບຸນຄຼິດສະມາດຢູ່ແຂວງດັ໊ກລັ໊ກ - ảnh 1 ທ່ານ ເຈິ່ນແທັງເໝີນ ອວຍພອນວັນບຸນຄຼິດສະມາດ ຢູ່ແຂວງູ່ດັ໊ກລັ໊ກ

(ພາບ: CAND)

ວັນທີ 13 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ ໄດ້ໄປຢ້ຽມຢາມ ແລະ ອວຍພອນວັນບຸນຄຼິດສະມາດ ຢູ່ສຳນັກສັງຄະລາດເຂດຊາວຄຼິດ ບວນມາທວດ ແລະ ຄະນະຜູ້ຕາງໜ້າສະມາຄົມສາສະໜາໂປແຕັກຕັງຫວຽດນາມ ຢູ່ດັ໊ກລັ໊ກ.

        ເມື່ອມາຢ້ຽມຢາມ ແລະ ອວຍພອນຄຸນພໍ່ ວິງເຊີນ ຫງວຽນວັນບານ, ຫົວໜ້າເຂດຊາວຄຼິດ ບວນມາທວດ, ທ່ານ ເຈິ່ນແທັງເໝີນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງປະເທດຊາດ… ທ່ານ ເຈິ່ນແທັງເໝີນ ຢືນຢັນວ່າ, ໃນບັນດາຜົນງານລວມນັ້ນ, ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ປະຊາຊົນຊາວຄຼິດໃນທົ່ວປະເທດ. ທ່ານ ເຈິ່ນແທັງເໝີນ ກ່າວວ່າ.

        “ຫວັງວ່າໃນໄລຍະຈະມາເຖິງ, ດ້ວຍອິດທິພົນຊື່ສຽງຂອງຄຸນພໍ່ນັ້ນ, ຄຸນພໍ່ຈະສືບຕໍ່ລະດົມກຳລັງໃຈປະຊາຊົນຊາວຄຼິດປະຕິບັດບັນດາບັ້ນຂົນຂວາຍແຂ່ງຂັນຮັກຊາດ ໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ, ພ້ອມກັບກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອປະຕິບັດໜ້າທີ່ໃນປີ 2020 ໄດ້ຢ່າງມີໄຊ”.

     ເມື່ອມາຢ້ຽມຢາມ ແລະ ອວຍພອນຄະນະຜູ້ຕາງໜ້າສະມາຄົມສາສະໜາໂປແຕັກຕັງ ຢູ່ແຂວງ ດັ໊ກລັ໊ກ, ທ່ານ ເຈິ່ງແທັງເໝີນ ເຊື່ອໝັ້ນວ່າໃນໄລຈະມາເຖິງ, ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ພໍ່ແມ່ປະຊາຊົນຜູ້ເຊື່ອຖືສາສະໜາໂປແຕັກຕັງ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງການກຸສົນສັງຄົມ, ບັນດາຂະບວນການແຂ່ງຂັນຮັກຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ