ປະທານປະເທດ Truong Tan Sang ເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີທີ່ດີເດັ່ນ

ປະທານປະເທດ Truong Tan Sang ເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີທີ່ດີເດັ່ນ - ảnh 1
ທ່ານປະທານປະເທດ Truong Tan Sang ເຂົ້າຮ່ວມກອງປະຊຸມ
(ພາບປະກອບ)

(vovworld) - ​ເນື່ອ​ງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7) ວັນ​ທີ 7/7, ຢູ່ Da Nang ​ໄດ້​ຈັດ​ກອງ​ປະຊຸມ​ຍ້ອງຍໍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2012. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານປະ​ທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ: ການ​ຕອບ​ບຸນ​ແທນ​ຄຸນ​ໄດ້​ກາຍ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ຊາດ​ຫວຽດນາມ. ​ລະ​ບົດ​ກົດໝາຍກ່ຽວ​ກັບການ​ບຸລິມະສິດ​​ໃຫ້​ແກ່​ຜູ້ທີ່​ມີ​ຄຸນງາມຄວາມດີນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ຫັນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດເປັນ​ລະບຽບກົດໝາຍ​. ສ່ວນ​ບັນດາ​ຄອບຄົວຜູ້​ມີ​ຄຸນງາມຄວາມດີ ກໍ່​ບື​ນຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ​ໃນ​ການ​ດຳລົງ​ຊີວິດ, ທ່ານ​ປະທານ​ປະ​ເທດ Truong Tan Sang, ຢືນຢັນ​ວ່າ:

        ”​ໃນ​ເງື່ອນ​ໄຂ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ນັ້ນ, ດ້ວຍ​​ເຈດ​ຈຳນົງ, ມານະ​ຈິດ​ຂອງ​ຕົນ, ຜູ້​ມີ​ຄຸນງາມຄວາມດີ​​ໄດ້​ມີ​ສະຕິ​ບືນ​ຕົວ​ຂຶ້ນ​ໃນ​ການ​ຮຳ່ຮຽນ, ປະຕິບັດ​ງານ. ​ບໍ່​ພຽງ​ແຕ່ເອົາ​ໃຈ​ໃສ່​ເບີ່ງ​ແຍງ​​ໃຫ້​ຄອບຄົວ​ເທົ່າ​ນັ້ນ, ຫາກ​ຍັງ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນ, ​ໃຫ້​ແກ່​ປະ​ເທດ​ຊາດ​ອີກ​ດ້ວຍ, ສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນ​ນະ​ທາດ​ອັນ​ສູງ​ສົ່ງ ​ແລະ ​ເປັນ​ແບບຢ່າງ​ໃຫ້​ທຸກ​ຄົນ​ຮຳ່ຮຽນ​ເອົາ. ອີກ​ເທື່ອ​ໜຶ່ງ​ຂ້າພະ​ເຂົ້າ​ຂໍ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງທະຫານ​ເສຍ​ອົງຄະ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ”.

 

ຂ່າວ/ບົດ​ອື່ນ