ປະທານປະເທດ: ກຳລັງຕຳຫຼວດປະຊາຊົນ ຄວນພະຍາຍາມສູ້ຊົນ, ປະຕິບັດໜ້າທີ່ສັນຕິພາບ ສປຊ ໃຫ້ສຳເລັດເປັນຢ່າງດີ

(VOVWORLD) - ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຈັດສົ່ງກຳລັງຕຳຫຼວດໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນໜ້າທີ່ສຳຄັນ...
ປະທານປະເທດ: ກຳລັງຕຳຫຼວດປະຊາຊົນ ຄວນພະຍາຍາມສູ້ຊົນ, ປະຕິບັດໜ້າທີ່ສັນຕິພາບ ສປຊ ໃຫ້ສຳເລັດເປັນຢ່າງດີ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: Việt Cường/ VOV)

ຕອນບ່າຍວັນທີ 12 ສິງຫາ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍຕຳຫຼວດໄປປະຕິບັດໜ້າທີ່ສັນຕິພາບ ສປຊ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ວ່າດ້ວຍການສ້າງຕັ້ງຫ້ອງການປະຈຳການກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ ສປຊ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຈັດສົ່ງກຳລັງຕຳຫຼວດໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນໜ້າທີ່ສຳຄັນ, ປະກອບສ່ວນປະຕິບັດຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງປະເທດ ຫວຽດນາມ ຕໍ່ປະຊາຄົມສາກົນ ກ່ຽວກັບການປົກປັກຮັກສາສັນຕິພາບໃນໂລກ; ບົນພື້ນຖານການຜັນຂະຫຍາຍປະຕິບັດແຜນຮ່າງ “ຕຳຫຼວດປະຊາຊົນ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ໄລຍະ 2014 – 2022 ແລະ ຊຸມປີຕໍ່ໄປ”, ທ່ານກ່າວວ່າ:

        “ພວກເຮົາສາມາດຢັ້ງຢືນໄດ້ວ່າ, ການຈັດສົ່ງກຳລັງໄປເຂົ້າຮ່ວມຮັກສາສັນຕິພາບ ສປຊ ໄດ້ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງມີປະສິດທິຜົນ, ຍົກສູງພາບຫຼັກ, ບົດບາດ, ຄວາມຮັບຜິດຊອບຂອງກຳລັງປະກອບອາວຸດ ຫວຽດນາມ ເວົ້າລວມ, ກຳລັງຕຳຫຼວດປະຊາຊົນເວົ້າສະເພາະໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງພາກພື້ນ ແລະ ສາກົນກ່ວາອີກ. ຂ້າພະເຈົ້າຍ້ອງຍໍຊົມເຊີຍ, ຕີລາຄາສູງ ໝາກຜົນເບື້ອງຕົ້ນທີ່ເປັນໜ້າສົ່ງເສີມຂອງກຳລັງຕຳຫຼວດປະຊາຊົນໃນການຜັນຂະຫຍາຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນໄລຍະຜ່ານມາ”

ຕອບກັບ

ຂ່າວ/ບົດ​ອື່ນ