ປະ​ທານ​ປະ​ເທດ ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ການ​ນຳ​ພັກ, ລັດ ຜູ້​ທີ່​ລ່ວງ​ລັບ, ຢ້ຽມ​ຢາມ​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ລັດ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດາການນຳພັກ, ລັດ ຜູ້ທີ່ລ່ວງລັບໄປແລ້ວ ຄື ທ່ານເລຂາທິການໃຫຍ່ ເຈື່ອງຈິງ, ທ່ານພົນເອກ ເຈິ່ນດ້າຍກວາງ  ແລະ ຢ້ຽມຢາມ, ອວຍພອນອະດີດການນຳພັກ, ລັດ ຈຳນວນໜຶ່ງໃນບໍລິເວນຮ່າໂນ້ຍ.
ປະ​ທານ​ປະ​ເທດ ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ການ​ນຳ​ພັກ, ລັດ ຜູ້​ທີ່​ລ່ວງ​ລັບ, ຢ້ຽມ​ຢາມ​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ລັດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖະຫວາຍທູບທຽນ, ອາໄລຫາທ່ານເລຂາທິການໃຫຍ່ ເຈື່ອງຈິງ (ພາບ:VOV)

ວັນທີ 04 ກຸມພາ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະໂລງ 2024, ຕາມມູນເຊື້ອຂອງຊາດ ຫວຽດນາມ, ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດາການນຳພັກ, ລັດ ຜູ້ທີ່ລ່ວງລັບໄປແລ້ວ ຄື ທ່ານເລຂາທິການໃຫຍ່ ເຈື່ອງຈິງ, ທ່ານພົນເອກ ເຈິ່ນດ້າຍກວາງ  ແລະ ຢ້ຽມຢາມ, ອວຍພອນອະດີດການນຳພັກ, ລັດ ຈຳນວນໜຶ່ງໃນບໍລິເວນຮ່າໂນ້ຍ.

        ເນື່ອງໃນໂອກາດປີໃໝ່, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍ່ໄດ້ໄປຢ້ຽມຢາມທ່ານອະດີດປະທານປະເທດ ຫວຽດນາມ ເຈິ່ນດຶກເລືອງ ແລະ ທ່ານອະດີດປະທານປະເທດ ຫງວຽນຊວັນຝຸກ. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍປາດຖະໜາວ່າ ບັນດາອະດີດການນຳ ຈະສືບຕໍ່ປະກອບເຫື່ອແຮງ, ພູມປັນຍາ ແລະ ບົດຮຽນປະສົບການຂອງຕົນເຂົ້າໃນການພັດທະນາຂອງປະເທດຊາດຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ