ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ

(VOVWORLD) - ສຳລັບ ຫວຽດນາມ, ອາຣັບບິ ຊາອຸດິ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແຖວໜ້າຢູ່ພາກພື້ນ ຕາເວັນອອກກາງ ແລະ ຫວັງວ່າ, ໄລຍະຈະມາເຖິງ, ເອກອັກຄະລັດຖະທູດຈະມານະພະຍາຍາມຊຸກຍູ້ວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ USD.
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ - ảnh 1ທ່ານນາງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ອາບຟຣີກາໃຕ້ Vuyiswa Tulelo ແລະ ທ່ານ ປະທານປະເທດ ຫງວຽນຊວນຟຸກ (ພາບ:Thống Nhất/TTXVN)

ຕອນເຊົ້າວັນທີ 5 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບເອກອັກຄະລັດຖະທູດ: ອາບຟຣີກາໃຕ້, ອາຣັບບິ ຊາອຸດິ ແລະ ລາຊະອານາຈັກ ແບນຊິກ ເຂົ້າຍື່ນສານຕາຕັ້ງ.

        ຊົມເຊີຍທ່ານນາງ Vuyiswa Tulelo ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ອາບຟຣີກາໃຕ້ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ອາບຟຣີກາ ເປັນສຳຄັນ ແລະ ກຳນົດ ອາບຟຣີກາ ເປັນ “ຄູ່ຮ່ວມມື ແລະ ພັດທະນາ” ສຳຄັນຢູ່ທະວີບນີ້. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ສະໜັບສະໜູນ ອາບຟຣີກາ ເພີ່ມທະວີການຮ່ວມມືກັບ ອາຊຽນ; ຫວັງວ່າ ອາບຟຣີກາ ຈະສະໜັບສະໜູນ ແລະ ສົບທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການຮ່ວມມື ຫວຽດນາມ - ອາບຟຣີກາ ໃນຂອບເຂດ ສະຫະພັນ ອາບຟຣີກາ.

        ທີ່ການຕ້ອນຮັບທ່ານ Mohammed Ismaeil A.Dahlwy, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ອາຣັບບິ ຊາອຸດິ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ສຳລັບ ຫວຽດນາມ, ອາຣັບບິ ຊາອຸດິ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແຖວໜ້າຢູ່ພາກພື້ນ ຕາເວັນອອກກາງ ແລະ ຫວັງວ່າ, ໄລຍະຈະມາເຖິງ, ເອກອັກຄະລັດຖະທູດຈະມານະພະຍາຍາມຊຸກຍູ້ວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ USD.

        ເມື່ອແລກປ່ຽນກັບທ່ານ Karl Hendrik Margareta Van Den Bossche, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ ແບນຊິກ ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າຕະຫຼາດ ແບນຊິກ ແລະ ໄດ້ແຈກຢາຍໄປຍັງບັນດາລະບົບຂາຍຍ່ອຍ ເອີລົບ; ຊຸກຍູ້ໃຫ້ລັດຖະສະພາ ແບນຊິກ ໃຫ້ສັດຕະຍາບັນ ສັນຍາວ່າດ້ວຍການອາລັກຂາການ ລົງທຶນ ຫວຽດນາມ - ອີຢູ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ