ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

(VOVWORLD) - ທ່ານປະທານປະເທດ ຫງວຽນຊວນຟຸກ ຊົມເຊີຍບັນດາໝາກຜົນອັນໃຫຍ່ຫຼວງຂອງປະເທດ ກຳປູເຈຍ ໃນຫຼາຍຂົງເຂດ, ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນສູງ ແລະ ບັນດາກົນໄກຮ່ວມມືໃນທຸກຂົງເຂດ...
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ - ảnh 1ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ
(ພາບ:Thống Nhất/TTXVN)

ຕອນເຊົ້າວັນທີ 13 ກັນຍາ, ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດແຫ່ງລາຊະອະນາຈັກ ກຳປູເຈຍ Samdech Heng Samrin ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍໝາກຜົນຂອງການເຈລະຈາລະຫວ່າງທ່ານປະທານສະພາແຫ່ງຊາດ Samdech Heng Samrin ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸຜົນສຳເລັດ. ທ່ານປະທານປະເທດ ຫງວຽນຊວນຟຸກ ຊົມເຊີຍບັນດາໝາກຜົນອັນໃຫຍ່ຫຼວງຂອງປະເທດ ກຳປູເຈຍ ໃນຫຼາຍຂົງເຂດ, ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນສູງ ແລະ ບັນດາກົນໄກຮ່ວມມືໃນທຸກຂົງເຂດ, ຍູ້ແຮງການສຶກສາ, ໂຄສະນາເຜີຍແຜ່ຍົກສູງສະຕິ ແລະ ຄວາມຮັບຜິດຊອບຂອງປະຊາຊົນ, ພິເສດແມ່ນລຸ້ນໜຸ່ມສອງປະເທດ, ຜ່ານນັ້ນ ຮັກສາ ແລະ ປັບປຸງ, ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ສະໜິດແໜ້ນຍາວນານລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ