ປະທານປະເທດ ຫງວຽນຊວນຟຸກ ເຮັດວຽກກັບສູນກາງສະພາກາແດງ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 5/4, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຮັດວຽກກັບ ສູນກາງສະພາກາແດງ ຫວຽດນາມ ກ່ຽວກັບການຜັນຂະຫຍາຍປະຕິບັດເດືອນມະນຸດສະທຳ 2022
ປະທານປະເທດ ຫງວຽນຊວນຟຸກ ເຮັດວຽກກັບສູນກາງສະພາກາແດງ ຫວຽດນາມ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ

    ທີ່ການເຮັດວຽກ, ທ່ານປະທານປະເທດ ໄດ້ເຫັນດີຕໍ່ການຈັດຕັ້ງພິທີປຸກລະດົມເດືອນມະນຸດສະທຳລະດັບຊາດຕາມຂໍ້ສະເໜີຂອງສະພາເພື່ອປະຕິບັດ 2 ໂຄງການຈຸດສຸມ, ລຸລວງໃນອາຍຸການ 11, ນັ້ນແມ່ນ “ຮັກສາຄວາມປອດໄພໃຫ້ຊາວປະມົງຜູ້ທຸກຍາກ ” ແລະ ໂຄງການ “ໂພຊະນາການໃຫ້ເດັກທຸກຍາກ, ເດັກພິການ”. ຕາມນັ້ນແລ້ວ, ສູ້ຊົນໃຫ້ເກືອບ 1 ລ້ານຄົນໄດ້ຮັບການໜູນຊ່ວຍຈາກເດືອນມະນຸດສະທຳປີ 2022. ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ສະເໜີໃຫ້ສະພາກາແດງ ຫວຽດນາມ ຍູ້ແຮງການໂຄສະນາ ແລະ ຂົນຂວາຍເພື່ອໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍໜູນຊ່ວຍຜູ້ທຸກຍາກ, ຄົນດ້ອຍໂອກາດ. , ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວວ່າ:

    “ ທາງສະພາກາແດງຕ້ອງສືບຕໍ່ປ່ຽນແປງໃໝ່ປະດິດຄິດສ້າງ, ໃກ້ຊິດຕິດແທດກັບຊີວິດຕົວຈິງຂອງປະຊາຊົນ. ບໍ່ພຽງແຕ່ສາມາດຊອກຫາແຫຼ່ງກຳລັງອັນໃຫຍ່ຫຼວງເທົ່ານັ້ນ, ຫາກຍັງຕ້ອງຊອກຫາໄດ້ເປົ້າໝາຍທີ່ຕ້ອງການການໜູນຊ່ວຍ ໃນສັງຄົມ, ສົມເປັນອົງການຫຼັກແຫຼ່ງໃນການເຄື່ອນໄຫວ ມະນຸດສະທຳ, ແມ່ນຂົວເຊື່ອມຕໍ່ປະສານງານ, ຜູກມັດບັນດາແຫຼ່ງກຳລັງແຫ່ງຊາດໃນວຽກງານມະນຸດສະທຳ. ຂ້າພະເຈົ້າສະເໜີໃຫ້ສະພາ ສືບຕໍ່ປ່ຽນແປງໃໝ່ແບບວິທີການປະຕິບັດ , ບູລະນະການຈັດຕັ້ງ, ເປັນອົງການເວນາທິການຂອງຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມທຸກຂັ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ