​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ

(VOVWORLD) -ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ. 
​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ  ແລະ ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ຖື ໂມຊຳບິກ ເປັນໜຶ່ງໃນບັນດາຄູ່ຮ່ວມມືຈຸດສຸມຂອງ ຫວຽດນາມ ຢູ່ອາຟຼິກກາ, ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ໂມຊຳບິກ ກ່ຽວກັບການເຄື່ອນໄຫວຢູ່ສະພາຄວາມໝັ້ນຄົງ ສປຊ; ຕັ້ງໜ້າຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ, ສືບຕໍ່ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ.

ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາ ໃນຫຼາຍຂົງເຂດ ໂດຍສະເພາະແມ່ນນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ. ແບ່ງປັນກ່ຽວກັບເລື່ອງລົງນາມບົດບັນທຶກຊ່ວຍຈຳລະຫວ່າງສອງສະພາແຫ່ງຊາດ, ຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນກະສິກຳ ຫວຽດນາມ, ຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດ, ທຳມະຊາດ ແລະ ກູ້ໄພກູ້ຊີບຫວຽດນາມ…ທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຖືວ່າ ການແລກປ່ຽນກັບບັນດາຝ່າຍແມ່ນເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ຄະນະຂອງສອງປະເທດກ່ຽວກັບຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ