ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ

(VOVWORLD) -ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ອັກຊັງຕິນ, ນິວເຊີແລນ, ປາກິສຖານ, ຣູມານີ ເຂົ້າຍືນສານຕາຕັ້ງ ປະຕິບັດໜ້າທີ່ການທູດຢູ່ຫວຽດນາມ
ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບບັນດາເອກອັກຄະລັດຖະທູດ

   ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອັກຊັງຕິນ Luis Pablo Maria Beltramino, ທ່ານປະທານປະເທດ ຫງວຽນຊວນຟຸກຫວັງວ່າ 2 ຝ່າຍເສີມຂະຫຍາຍບັນດາກົນໄກສົນທະນາ, ການຮ່ວມມືຢ່າງມີປະສິດທິຜົນ ແນໃສ່ນຳການພົວພັຍຄູ່ຮ່ວມມືຮອບດ້ານຫວຽດນາມ-ອັກຊັງຕິນ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ມຸ່ງໄປສູ່ຂອບເຂດສູງກ່ວາອີກ.

       ທີ່ການຕ້ອນຮັບ ເອກອັກຄະລັດຖະທູດ ນິວເຊີແລນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານນາງ Tredene Cherie Dobson ມາຮັບໜ້າທີ່ການທູດຢູ່ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວນຟຸກ ຫວັງວ່າ ທ່ານນາງ ເອກອັກຄະລັດຖະທູດ ຈະມີຂໍ້ລິເລີ່ມຫຼາຍຂໍ້ເພື່ອຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ. ທ່ານເນັ້ນໜັກວ່າ ຫວັງນາມມີຄວາມຫວັງຢາກພ້ອມກັບນິວເຊີແລນ ແລະ ບັນດາຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍສັນຍາ CPTPP, ຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາ RCEP ໃນໄລຍະທີ່ຈະມາເຖິງ.

     ທີ່ການຕ້ອນຮັບ, ບັນດາ ເອກອັກຄະລັດຖະທູດ ຕ່າງກໍສະແດງຄວາມປະທັບໃຈຕໍ່ວຽກງານປ້ອງກັນ ແລະ ຕ້ານໂຄວິດ -19 ຂອງຫວຽດນາມ ແລະ ໝັ້ນໝາຍໃນອາຍຸການຂອງຕົນ, ຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ