ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ

(VOVWORLD) - ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານໃນທຸກຂົງເຂດ. 
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ (ພາບ: TTXVN)

ຕອນບ່າຍວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ ແມ່ນຂົງເຂດທີ່ມີຄວາມສໍາຄັນທີ່ສຸດ, ເຊິ່ງພັກ, ລັດສອງປະເທດ ລ້ວນແຕ່ມີຄວາມເອົາໃຈໃສ່ເປັນພິເສດ ແລະ ສ້າງເງື່ອນໄຂສະດວກທີ່ສຸດ. ເມື່ອຕີລາຄາກ່ຽວກັບການຮ່ວມມືໃນການບຳລຸງສ້າງໄລຍະຍາວ ແລະ ໄລຍະສັ້ນ ໃຫ້ແກ່ພະນັກງານກອງທັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ: ພັກ, ລັດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ກອງທັບ 2 ປະເທດ ແລກປ່ຽນຂໍ້ມູນຂ່າວສານ ແລະ ພັດທະນາການພົວພັນ, ຮ່ວມມືຢ່າງແທດຈິງ ແລະ ຮອບດ້ານ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ