ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ແທນຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ

(VOVWORLD) - ຫວຽດນາມ ໄດ້ຮັບກຽດເປັນສະມາຊິກຂອງສະພາດາແດງ ແລະ ຊີກວົງເດືອນແດງສາກົນ, ເປັນຂະບວນການທົ່ວໂລກ ມີປະຫວັດສາດ 160 ປີ ແລະ ມີ 190 ປະເທດເຂົ້າຮ່ວມ.
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ແທນຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ
(ພາບ: vpctn)

        ເສີມຂະຫຍາຍມູນເຊື້ອອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນຂອງຊາດ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວມະນຸດສະທຳຂອງປະເທດຕົນ ແລະ ສາກົນ. ຫວຽດນາມ ໄດ້ຮັບກຽດເປັນສະມາຊິກຂອງສະພາດາແດງ ແລະ ຊີກວົງເດືອນແດງສາກົນ, ເປັນຂະບວນການທົ່ວໂລກ ມີປະຫວັດສາດ 160 ປີ ແລະ ມີ 190 ປະເທດເຂົ້າຮ່ວມ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ທີ່ການຕ້ອນຮັບບັນດາຜູ້ແທນ ເຊິ່ງແມ່ນການນຳຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ, ຢູ່ທຳນຽບປະທານປະເທດ, ໃນວັນທີ 21 ພະຈິກ, ເນື່ອງໃນໂອກາດກອງປະຊຸມສະພາກາແດງ - ຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11, ທີ່ຈັດຂຶ້ນຢູ່ ຫວຽດນາມ.

        ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຮັບຮູ້ການສະໜັບສະໜູນຢ່າງໃຫຍ່ຫຼວງຂອງສະພາກາແດງ - ຊີກວົງເດືອນແດງສາກົນ, ຄະນະກຳມະການກາແດງສາກົນ, ສະພາກາແດງ ແລະ ຊີກວົງເດືອນແດງບັນດາປະເທດ, ອົງການຈັດຕັ້ງສາກົນ ທີ່ໄດ້ຮ່ວມມື ແລະ ໜູນຊ່ວຍໃຫ້ ຫວຽດນາມ ໃນຊຸມປີຜ່ານມາຢ່າງມີປະສິດທິຜົນ, ພິເສດເມື່ອເກີດໄພພິບັດທຳມະຊາດ, ໂລກລະບາດ. ໃນຫຼາຍປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ສາມັກຄີພ້ອມກັບບັນດາອົງການຈັດຕັ້ງ, ຄູ່ຮ່ວມມືສາກົນມີການກະທຳເພື່ອຫຼຸດຜ່ອນຄວາມເຈັບປວດຂອງມະນຸດ, ໜູນຊ່ວຍ, ປົກປ້ອງຜູ້ມີຄວາມສຽງສູງກວ່າເພີ່ນໃນທຸກສະພາບການ. ທ່ານປະທານປະເທດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະພາກາແດງ - ຊີກວົງເດືອນແດງສາກົນ, ຄະນະກຳມະການກາແດງສາກົນ ແລະ ບັນດາຄູ່ຮ່ວມມືໃນຂະບວນການມະນຸດສະທຳ ສືບຕໍ່ສະຫງວນໃຫ້ ຫວຽດນາມ ການສະໜັບສະໜູນຢ່າງຕັ້ງໜ້າ, ນຳບັນດາການພົວພັນຮ່ວມມື, ຄູ່ຮ່ວມມືຂອງສະພາກາແດງ ຫວຽດນາມ ເຂົ້າສູ່ລວງເລິກ ແລະ ສ້າງຕັ້ງບັນດາຂອບເຂດຮ່ວມມືແບບຍືນຍົງ.

        ໃນເຫດການທີ່ກ່ຽວຂ້ອງ, ໂດຍສືບຕໍ່ບັນດາວາລະປຶກສາຫາລືທີ່ກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11, ຕອນບ່າຍວັນທີ 21 ພະຈິກ, ຢູ່ ຮ່າໂນ້ຍ, ຜູ້ແທນທີ່ມາຈາກກວ່າ 50 ສະພາກາແດງບັນດາປະເທດໃນພາກພື້ນ ໄດ້ປຶກສາຫາລືບັນດາມາດຕະການ, ແຜນການກະທຳໃຫ້ແກ່ວຽກງານມະນຸດສະທຳຢູ່ພາກພື້ນ ແລະ ສາກົນໃນໄລຍະໃໝ່, ຍົກສູງປະສິດທິຜົນບັນດາຂອບເຂດ, ກົນໄກຮ່ວມມືລະຫວ່າງບັນດາສະພາກາແດງແຫ່ງຊາດ ໃນການປະຕິບັດພາລະກຳມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ