ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ອຸເບ​ກິດ​ສະ​ຖານ

(VOVWORLD) -  ຕອນບ່າຍວັນທີ 17 ຕຸລາ, ຢູ່ປັກກິ່ງ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສ ການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ດຳເນີນຢູ່ ຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອຸເບກິດສະຖານ  Shavkat Mirziyoyev.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ອຸເບ​ກິດ​ສະ​ຖານ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະກັບທ່ານປະທານາທິບໍດີ ອຸເບກິດສະຖານ  Shavkat Mirziyoyev (ພາບ: TTXVN)

ໃນການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບບັນດາປະເທດ ອາຊີກາງ, ໃນນັ້ນ ມີ ອຸເບກິດສະຖານ. ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ການພົວພັນລະຫວ່າງ ຫວຽດນາມ - ອຸເບກິດສະຖານ ຈະພັດທະນາຢ່າງແທດຈິງກວ່າອີກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນອື່ນ, ເປັນຕົ້ນແມ່ນ: ການສຶກສາ - ກໍ່ສ້າງ, ການແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ການພົບພັນແລກປ່ຽນປະຊາຊົນ, ການຄົ້ນຄວ້າເປີດສາຍການບິນໂດຍກົງເຊື່ອມຕໍ່ບັນດາສະຖານທີຂອງສອງປະເທດນຳກັນ…

        ສ່ວນທ່ານປະທານາທິບໍດີ ອຸເບກິດສະຖານ ຢັ້ງຢືນວ່າ Tashkent ຖືການພົວພັນກັບ ຮ່າໂນ້ຍ ເປັນສຳຄັນ. ທ່ານ ກໍຫວັງຢ່າງຍິ່ງວ່າ ຈະຟື້ນຟູບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນເມື່ອກ່ອນ, ໂດຍສະເພາະແມ່ນນ້ຳມັນບໍ່, ການສຶກສາ, ການແລກປ່ຽນນັກສຶກສາ, ການພົວພັນແລກປ່ຽນວັດທະນະທຳ.

        ການນຳສອງທ່ານກໍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ ມີ ສປຊ. ອຸເບກິດສະຖານ ປາດຖະໜາວ່າ ຫວຽດນາມ ຈະເປັນຂົວຕໍ່ເພື່ອເພີ່ມທະວີການເຊື່ອມຕໍ່ກັບ ອາຊຽນ, ໃນຂະນະທີ່, ຫວຽດນາມ ຢາກຜ່ານ ອຸເບກິດສະຖານ ເພື່ອເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ອາຊີກາງ ຕື່ມອີກ.

        ຫວູຢຸງ.

ຕອບກັບ

ຂ່າວ/ບົດ​ອື່ນ