ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມ ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ

(VOVWORLD) - ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ ແມ່ນບ່ອນເຕົ້າໂຮມບັນດານັກວິທະຍາສາດ, ຄູອາຈານ ທີ່ມີຊື່ສຽງໃນການສອນ ແລະ ການຄົ້ນຄ້ວາວິທະຍາສາດ
ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມ ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ  - ảnh 1ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມ ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ

ເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງ 41 ປີແຫ່ງວັນຄູ ຫວຽດນາມ (20/11/1982 – 20/11/2023), ຕອນເຊົ້າວັນທີ 13 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ລົງຢ້ຽມຢາມ ແລະ ອວຍພອນວັນຄູແຫ່ງຊາດ ຫວຽດນາມ ຢູ່ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ (ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈິມິນ).

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ ແມ່ນບ່ອນເຕົ້າໂຮມບັນດານັກວິທະຍາສາດ, ຄູອາຈານ ທີ່ມີຊື່ສຽງໃນການສອນ ແລະ ການຄົ້ນຄ້ວາວິທະຍາສາດ. ກ່ອນນີ້ 30 ປີ, ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ໄດ້ຮັບການສິດສອນຈາກບັນດາຄູສອນທີ່ສຸດຈິດສຸດໃຈ, ຍາມໃດກໍ່ເອົາໃຈໃສ່ເຖິງຄວາມກ້າວໜ້າຂອງນັກສຶກສາ. ບັນດາຄວາມຮູ້ເລິກເຊິ່ງ ແລະ ຈັນຍາບັນຂອງບັນດາຄູອາຈານ ແມ່ນແບບຢ່າງທີ່ລະດົມກຳລັງໃຈນັກສຶກສາລຸ້ນຕ່າງໆ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມອບທຶນສຶກສາ 20 ທຶນມີມູນຄ່າ 100 ລ້ານດົ່ງ ໃຫ້ແກ່ນັກສຶກສາດີເດັ່ນຂອງໂຮງຮຽນ ແລະ 100 ລ້ານດົງ ໃຫ້ແກ່ກອງທຶນສົ່ງເສີມການຮ່ຳຮຽນຂອງໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ