ປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ປາກິດສະຖານ

(VOVWORLD) -ຕອນບ່າຍວັນທີ 12ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Mehtab, ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳຫວຽດນາມເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ຫວຽດນາມ
ປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ປາກິດສະຖານ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງ Samina Mehtab, ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳຫວຽດນາມ

     ທີ່ການພົບປະ, ທ່ານປະທານປະເທດເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບ ປາກິດສະຖານ; ຫວັງວ່າການພົວພັນລະຫວ່າງສອງປະເທດຈະພັດທະນາຢ່າງແຂງແຮງກວ່າອີກໃນອະນາຄົດ. ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະຜູ້ແທນວິສາຫະກິດ, ສະມາຄົມ, ການພົວພັນແລກປ່ຽນປະຊາຊົນ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນ້ຳໃຈ ມິດຕະພາບລະຫວ່າງ ຫວຽດນາມ - ປາກິດສະຖານ. 2 ຝ່າຍຕ້ອງມານະພະຍາຍາມຜັນຂະຫຍາຍການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນກວ່າອີກ, ຍົກວົງເງິນການຄ້າສອງຝ່າຍໃຫ້ສູງຂຶ້ນ. ທ່ານປະທານປະເທດ ຫວັງວ່າ ທ່ານນາງ Samina Mehtab ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ປາກິດສະຖານ ໃນໄລຍະຈະມາເຖິງ.

ສ່ວນທ່ານນາງເອກອັກຄະລັດຖະທູດ Samina Mehtab ເນັ້ນໜັກວ່າ 2 ປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ; ຈັດຕັ້ງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໂດຍໄວ ເພື່ອເປີດກາລະໂອກາດຊຸກຍູ້ການຄ້າລະຫວ່າງສອງປະເທດ. ທ່ານນາງເອກອັກຄະລັດຖະທູດສະເໜີໃຫ້ກູ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດເພີ່ມທະວີການແລກປ່ຽນບົດຮຽນປະສົບການໃນການປະຕິບັດ, ປະກອບສ່ວນເຂົ້າໃນບັນດາໝາກຜົນແຫ່ງການຮ່ວມມື ຫວຽດນາມ - ປາກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ