ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet. 
ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ  Hun Manet - ảnh 1 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet

ວັນທີ 18 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet. ນີ້ແມ່ນການພົບປະແບບເຊິ່ງໜ້າຄັ້ງທຳອິດ ລະຫວ່າງການນຳສອງທ່ານ ນັບແຕ່ເມື່ອທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ Hun Manet ຮັບດຳລົງຕຳແໜ່ງໃໝ່.

        ທີ່ການຕ້ອນຮັບ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການພົວພັນແບບສະໜິດສະໜົມ, ສາມັກຄີ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ້ອງໄດ້ເສີມຂະຫຍາຍຢ່າງແຮງ ແລະ ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ. ຕາມການນຳສອງທ່ານແລ້ວ, ຫວຽດນາມ ແລະ ກຳປູເຈຍ ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ເຊື່ອມຕໍ່ຄົມມະນາຄົມ ແລະ ພິຈາລະນາການເປີດບັນດາດ່ານຊາຍແດນສາກົນ ຕື່ມອີກ. ເມື່ອໄດ້ເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ, ການນຳສອງທ່ານກໍເຫັນດີເພີ່ມທະວີການຮ່ວມມື, ສົມທົບກັນຮັກສາສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນ. ສອງຝ່າຍກໍສະແດງຄວາມຕັ້ງໝັ້ນສູ້ຊົນປະຕິບັດສຳເລັດ 16% ປະລິມານວຽກງານການກຳນົດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທີ່ຍັງເຫຼືອ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍໄດ້ພົບປະກັບທ່ານປະທານາທິບໍດີ ສີລັງກາ Ranil Wickremesinghe. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ ຕ້ອງເປີດກວ້າງການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ ແລະ ສະເໜີໃຫ້ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນອື່ນ. ສ່ວນທ່ານປະທານາທິບໍດີ Ranil Wickremesinghe ຢືນຢັນຄວາມປາດຖະໜາຢາກຍູ້ແຮງການພົວພັນກັບ ຫວຽດນາມ, ເຫັນດີຕໍ່ຂໍ້ສະເໜີຂອງທ່ານປະທານປະເທດ ຫວໍວັນເຖືອງ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ