ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ມອບຂໍ້​ຕົກ​ລົງວ່າ​ການ​ດ້ວຍ​ແຕ່ງ​ຕັ້ງ​ໃຫ້​ບັນ​ດາ​ເອກ​ອັ​ກ​ຄະ​ລັດ​ຖະ​ທູ​ດ, ຫົວ​ໜ້າ​ອົງ​ການ​ຜູ້​ຕາງ​ໜ້າ

(VOVWORLD) - ໃນການແຕ່ງຕັ້ງຄັ້ງນີ້, ມີບັນດາເອກອັກຄະລັດຖະທູດຜູ້ມີອຳນາດເຕັມຢູ່ 18 ປະເທດ ແລະ ເອກອັກຄະລັດຖະທູດ ແລະ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ 8 ປະເທດ ແລະ ອົງການຈັດຕັ້ງສາກົນໃນ 5 ທະວີບ.
ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ມອບຂໍ້​ຕົກ​ລົງວ່າ​ການ​ດ້ວຍ​ແຕ່ງ​ຕັ້ງ​ໃຫ້​ບັນ​ດາ​ເອກ​ອັ​ກ​ຄະ​ລັດ​ຖະ​ທູ​ດ, ຫົວ​ໜ້າ​ອົງ​ການ​ຜູ້​ຕາງ​ໜ້າ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖ່າຍຮູບລວມກັບບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ (ພາບ: VOV)

ຕອນເຊົ້າວັນທີ 09 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ, ອາຍຸການ 2024 – 2027. ໃນການແຕ່ງຕັ້ງຄັ້ງນີ້, ມີບັນດາເອກອັກຄະລັດຖະທູດຜູ້ມີອຳນາດເຕັມຢູ່ 18 ປະເທດ ແລະ ເອກອັກຄະລັດຖະທູດ ແລະ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ 8 ປະເທດ ແລະ ອົງການຈັດຕັ້ງສາກົນໃນ 5 ທະວີບ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ຈົ່ງຕິດແທດ, ຊາບຊຶມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດໃນທຸກຂົງເຂດຢ່າງເລິກເຊິ່ງ, ໂດຍສະເພາະແມ່ນການພົວພັນຕ່າງປະເທດ ແລະ ເຂົ້າໃຈສະພາບການຂອງປະເທດຊາດຢ່າງເລິກເຊິ່ງ. ໄປຄຽງຄູ່ກັນນັ້ນ, ຕ້ອງກຳແໜ້ນສະພາບການໃນບໍລິເວນທີ່ຕົນປະຕິບັດໜ້າທີ່, ຈາກນັ້ນ ມີການຕີລາຄາ, ຄາດຄະເນ ແລະ ເປັນເສນາທິການໃຫ້ແກ່ພັກ, ລັດ ໃຫ້ມີການປະຕິກິລິຍາຢ່າງເໝາະສົມ, ຊຸກຍູ້ການຮ່ວມມືກັບປະເທດປະຈຳຖິ່ນ, ບໍ່ສົ່ງຜົນກະທົບຕໍ່ຜົນປະໂຫຍດແຫ່ງຊາດ; ຕ້ອງໃຫ້ບຸລິມະສິດແກ່ການທູດ ເພື່ອຮັບໃຊ້ການພັດທະນາເສດຖະກິດ; ເອົາໃຈໃສ່ວຽກງານການທູດວັດທະນະທຳ, ຕ້ອງກຳນົດວ່າ ນີ້ແມ່ນເນື້ອໃນສຳຄັນເພື່ອໃຫ້ປະຊາຊົນແຕ່ລະຄົນ, ແຕ່ລະປະເທດມີຄວາມເຂົ້າໃຈແຈ້ງກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ; ຕ້ອງກຳນົດໜ້າທີ່, ບົດບາດສຳຄັນແມ່ນບ່ອນອີງແກ່ຄວາມໄວ້ເນື້ອເຊື່ອໃຈ, ການໜູນຊ່ວຍ, ສ້າງເງື່ອນໄຂຊ່ວຍເຫຼືອພົນລະເມືອງ ຫວຽດນາມ ເຂົ້າມາປະເທດປະຈຳຖິ່ນ ກໍຄື ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ເປັນຂົວເຊື່ອມຕໍ່ດ້ານຈິດໃຈສາມັກຄີສາກົນ ເຊິ່ງ ຫວຽດນາມ ພວມມຸ່ງໄປເຖິງ ແລະ ພັດທະນາ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ