ປະ​ທານ​ປະ​ເທດ ຫວຽດ​ນາມ ຮຽກ​ຮ້ອງການກໍ່​ສ້າງ​ເຮືອນ​​ມະ​ຫາສາ​ມັກ​ຄີ 7000-8000​ ຫຼັງໃຫ້​ແກ່​ແຂວງ ດ້ຽນ​ບຽນ ແລະ ເຂດ​ຕາ​ເວັນ​ຕ​ົກ​ສ່ຽງ​ເໜືອ

(VOVWORLD) -  ພິທີປຸກລະດົມໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ ຮ່າໂນ້ຍ  ກັບ 63 ສະຖານທີ່ໃນທົ່ວປະເທດ.
ປະ​ທານ​ປະ​ເທດ ຫວຽດ​ນາມ ຮຽກ​ຮ້ອງການກໍ່​ສ້າງ​ເຮືອນ​​ມະ​ຫາສາ​ມັກ​ຄີ 7000-8000​ ຫຼັງໃຫ້​ແກ່​ແຂວງ ດ້ຽນ​ບຽນ ແລະ ເຂດ​ຕາ​ເວັນ​ຕ​ົກ​ສ່ຽງ​ເໜືອ - ảnh 1

 ປະທານປະເທດ ຫວຽດນາມ ມອບເງິນສະໜັບສະໜູນຄັ້ງທີ 1 ໃຫ້ແກ່ແຂວງ ດ້ຽນບຽນ (ພາບ: TTXVN)

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີປຸກລະດົມສະໜັບສະໜູນການກໍ່ສ້າງເຮືອນມະຫາສາມັກຄີໃຫ້ແກ່ຄອບຄົວທຸກຍາກຂອງແຂວງ ດ້ຽນບຽນ  ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 - 7/5/2024).  ພິທີປຸກລະດົມໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ ຮ່າໂນ້ຍ  ກັບ 63 ສະຖານທີ່ໃນທົ່ວປະເທດ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ເນັ້ນໜັກວ່າ ເປົ້າໝາຍຂົນຂວາຍການກໍ່ສ້າງເຮືອນມະຫາສາມັກຄີ ແຕ່ 7000-8000 ຫຼັງ ໃຫ້ແກ່ຄອບຄົວທຸກຍາກຂອງແຂວງ ດ້ຽນບຽນ   ແລະ ບາງບໍລິເວັນ ເຂດຕາເວັນຕົກສ່ຽງເໜືອ ແມ່ນວຽກງານທີ່ດີງາມ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຄວາມເມດຕາ, ຊ່ວຍເຫຼືອຢ່າງແທດຈິງ, ທັງແມ່ນຄວາມຮັບຜິດຊອບ, ທັງແມ່ນການສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ຕໍ່ ປຊຊ ບັນດາເຜົ່າໃນເຂດດິນແດນຊື່ງໃນເມື່ອກ່ອນ ປຊຊ ທີ່ໄດ້ເສຍສະຫຼະ, ອຸທິດສ່ວນຢ່າງຫຼວງຫຼາຍ, ປະກອບສ່ວນກຳລັງເຫື່ອແຮງ, ເລືອດເນື້ອໃຫ້ແກ່ປະເທດຊາດ. ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ກ່າວວ່າ:

ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນ, ພະນັກງານ, ລັດຖະກອນ; ນັກຮົບບັນດາກຳລັງປະກອບອາວຸດ, ປຊຊ ທຸກຊັ້ນຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງເສີມຂະຫຍາຍໝູນເຊື້ອສາມັກຄີ, ຮັກແພງ ຊ່ວຍເຫຼືອຊື່ງກັນ ແລະ ກັນ, ຕອບບຸນແທນຄຸນ, ຮ່ວມແຮງຮ່ວມໃຈສະໜັບສະໜູນ, ປະກອບດ້ານວັດຖຸ ແລະ ກຳລັງເຫື່ອແຮງ ເພື່ອປະຕິບັດໂຄງການນີ້ສຳເລັດຜົນ. 


ຕອບກັບ

ຂ່າວ/ບົດ​ອື່ນ