ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັງປະຊາຊົນ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 28 ປີວັນບຸນທົ່ວປວງຊົນປ້ອງກັນຊາດ ໂດຍກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງ.
ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັງປະຊາຊົນ ຫວຽດນາມ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ, ບັນດາວິລະກຳ, ຜົນງານດີເດັ່ນ ຊຶ່ງທະຫານປ້ອງກັນຊາຍແດນບັນລຸໄດ້ໃນຕະຫລອດໄລຍະທີ່ສະຫງ່າລາສີໃນຊຸມປີຜ່ານມາ. ທ່ານປະທານປະເທດຖືວ່າ: ໃນຊຸມປີຈະມາເຖິງ, ໜ້າທີ່ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃນສະພາບການໃໝ່ ພວມວາງອອກຢ່າງຮອບດ້ານ ແລະ ໜັກໜ່ວງທີ່ສຸດ, ກຳລັງກອງທັບປະຊາຊົນເວົ້າລວມ ແລະ ທະຫານປ້ອງກັນຊາຍແດນເວົ້າສະເພາະ ສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍບົດບາດເປັນແກ່ນສານ, ການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພເຂດຊາຍແດນ ແລະ ທະເລໝູ່ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ