ປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂງານບຸນທ່ອງທ່ຽວ ເກື໋ອລໍ່ປີ 2017

ປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂງານບຸນທ່ອງທ່ຽວ ເກື໋ອລໍ່ປີ 2017 - ảnh 1
ປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂງານບຸນທ່ອງທ່ຽວ ເກື໋ອລໍ່ປີ 2017

(vovworld) – “ງານ​ບຸນ​ທ່ອງ​ທ່ຽວ ເກື໋ອ​ລໍ່ ປີ 2017” ດ້ວຍ​ຫົວ​ຂໍ້​ວ່າ “ເກື໋ອ​ລໍ່ ​ແຫ່ງເຕົ້າ​ໂຮມ ແລະ ແຜ່​ຂະ​ຫຍາຍ” ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 29/4, ຢູ່​ເທດ​ສະ​ບາຍ ເກື໋ອ​ລໍ່, ແຂວງ ເງະ​ອານ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຕີ​ກອງ​ໄຂ​ງານ​ບຸນ​ທ່ອງ​ທ່ຽວທະ​ເລ ເກື໋ອ​ລໍ່ 2017. ງານ​ບຸນ​ເພື່ອ​ແນ​ໃສ່​ເຊີດ​ຊູ ແລະ ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ເງະ​ອານ ເວົ້​າ​ລວມ, ແລະ ຕົວ​ເມືອງ​ທ່ອງ​ທ່ຽວທະ​ເລ ເກື໋ອ​ລໍ່ ເວົ້າ​ສະ​ເພາະ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫງວຽນ​ຊວນ​ເດື່ອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເງະ​ອານ, ເນັ້ນ​ໜັກ​ເຖິງ​ຄວາມ​ງາມ​ຂອງ​ເຂດ​ດິນ​ແດນ ເງະ​ອານ, ​ດ້ວຍຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວັ​ດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ ແລະ ລະ​ບົບ​ຊີ​ວະ​ນາໆ​ພັນ​ທີ່​​ມີຫຼາຍ​ຮູບຫຼາຍ​ແບບ​ນັບ​ພັນ​ແຫ່ງ​ຢູ່​ແຂວງ. ທ່ານ​ກ່າວ​ວ່າ:

        “ໃນ​ຮູບ​ພາບ​ດ້ວຍ​ສີ​ສັນຫຼາກຫຼາຍນັ້ນ, ພົນ​ເດັ່ນ​ແມ່ນ​ບັນ​ດາ​ຈຸດ​ໃໝ່, ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ເຕັ້ມ​ໄປ​ດ້ວຍ​ກຳ​ລັງ​ໜຸ່ມ​ແໜ້ນ​ຂອງ​ເຂດ​ຕົວ​ເມ​ືອງ​ທ່ອງ​ທ່ຽວ ເງະ​ອານ, ເຊິ່ມ​ແມ່ນ​ຕົວ​ເມືອງ​ທ່ອງ​ທ່ຽວ​ທະ​ເລ​ແຫ່ງ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ, ແມ່ນ “ເພັດ​ມະ​ນີ​ຂຽວ​ຂອງ​ເງະ​ອານ”, ແຕ່​ລະ​ປີ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ກ່​ວາ​ 3 ລ້ານ​ເທື່ອ​ຄົນ. ໂດຍຜ່ານ​ໄລ​ຍະ​ທາງ 110 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ 23 ປີ​ແຫ່ງ​ການ​ພັດ​ທະ​ນາ, ປະ​ຈຸ​ບັນ, ເກື໋ອ​ລໍ່ ໄດ້​ສະ​ແດງ​ຮູບ​ພາບ​ແມ່ນ​ຕົວ​ເມືອງ​ທັນ​ສ​ະ​ໄໝ, ຄືກ​ໂຄມ​ໜາ​ແໜ້ນ, ຕົ​ວ​ເມືອງ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ເທື່ອ​ລະ​ກ້າວ.”


ຕອບກັບ

ຂ່າວ/ບົດ​ອື່ນ