ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ Orban Viktor

(VOVWORLD) - ຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຮູງກາຣີ Orban Viktor ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ກັນຍາ 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການຢ້ຽມຢາມແມ່ນຂີດໝາຍສຳຄັນເປີດແງ່ຫວັງໃໝ່ໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຮູງກາຣີ. 
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ Orban Viktor - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Orban Viktor ທີ່ການຕ້ອນຮັບໃນຕອນບ່າຍວັນທີ 25 ກັນຍາ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳຊົມເຊີຍບັນດາໝາກຜົນຂອງການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Orban Viktor ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພ້ອມກັບການລົງນາມບັນດາເອກະສານຮ່ວມມືໃນຫຼາຍຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: 2 ຝ່າຍຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ຫາກໍ່ບັນລຸໄດ້. ໃນດ້ານຫຼາຍຝ່າຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດໃນບັນດາເວທີປາໄສສາກົນ ແລະ ກ່າວຂອບອົກຂອບໃຈ ຮູງກາຣີ ທີ່ໄດ້ສະໜັບສະໜູນ ຫວຽດນາມ ໃນນາມສະໝັກຮັບເລືອກຕັ້ງເຂົ້າໃຈສະມັດຊາ ເສດຖະກິດ ແລະ ສັງຄົມ ສປຊ ອາຍຸການ 2016 – 2018 ແລະ ໃຫ້ຄຳໝັັ້ນສັນຍາວ່າຈະສະໜັບສະໜູນ ຫວຽດນາມ ໃນການສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

        ທ່ານນາຍົກລັດຖະມົນຕີ ຮູງກາຣີ Orban Viktor ຫວັງວ່າ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະສະໜັບສະໜູນເລື່ອງສ້າງຕັ້ງສູນວັດທະນະທຳ ຮູງກາຣີ ຢູ່ຮ່າໂນ້ຍ. ຮູງກາຣີ ກໍ່ຊົມເຊີຍບັນດາວິສາຫະກິດ ຫວຽດນາມ ທີ່ໄປຮ່ວມມື, ລົງທຶນຢູ່ ຮູງກາຣີ ແລະ ກຽມພ້ອມກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາປະເທດ ໃນພາກພື້ນ ເອີລົບຕາເວັນອອກກາງ. ຮູງກາຣີ ໃຫ້ຄຳໝັ້ນສັນຍາຈະເປັນປະເທດທຳອິດຂອງ ອີຢູ ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ