ປະທານປະເທດ ເຈີ່ນດ້າຍກວາງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

(VOVWORLD) - ທີ່ການພົບປະ, ເຫັນດີເຫັນພ້ອມກັບການຕີລາຄາຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບໝາກຜົນຂອງ ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14...
 
ປະທານປະເທດ ເຈີ່ນດ້າຍກວາງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການພົບປະ 

ຕອນເຊົ້າວັນທີ 1 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ນະຄອນ ໂຮ່ຈີມິນ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ 1, ເມືອງ 3 ແລະ ເມືອງ 4, ລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14.

        ທີ່ການພົບປະ, ເຫັນດີເຫັນພ້ອມກັບການຕີລາຄາຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບໝາກຜົນຂອງ ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ທ່ານປະທານປະເທດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນສະພາແຫ່ງຊາດຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ປະເທດຊາດ ມີການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍຂົງເຂດ.

        ກ່ຽວກັບຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ  ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ນີ້ແມ່ນຜົນງານດ້ານການຕ່າງປະເທດທີ່ພົ້ນເດັ່ນຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໃນປີນີ້, ປະກອບສ່ວນຍົກສູງບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າໃນພາກພື້ນ. ນີ້ກໍ່ແມ່ນຂີດໝາຍໃໝ່ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ, ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງ ຫວຽດນາມ ສຳລັບ ອາຊີ - ປາຊີຟິກ. ບັນດາເຫດການ, ການເຄື່ອນໄຫວຂອງປີ APEC 2017 ແລະ ສັບປະດາຂັ້ນສູງ ໄດ້ດຳເນີນໄປດ້ວຍດີ ບົນຈິດໃຈປະຢັດ, ມີປະສິດທິຜົນ, ເສີມຂະຫຍາຍແຫຼ່ງກຳລັງສັງຄົມຢ່າງ ສຸດຂີດ; ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັບປະກັນຢ່າງສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ