ປະທານປະເທດ ເຈີ່ນດ້າຍກວາງ ເປັນເຈົ້າພາບຈັດຕັ້ງງານລ້ຽງຮອງຮັບກອງປະຊຸມສຸດຍອດ APEC

(VOVWORLD) -  ອະນາຄົດຂອງ ຫວຽດນາມ ບໍ່ອາດຕັດແຍກອອກຈາກອະນາຄົດລວມຂອງທົ່ວພາກພື້ນໄດ້, ຖືກກັບຫົວຂໍ້ເຊິ່ງບັນດາຝ່າຍພ້ອມກັນກຳນົດໃຫ້ປີ APEC 2017 ແມ່ນ “ກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”
ປະທານປະເທດ ເຈີ່ນດ້າຍກວາງ ເປັນເຈົ້າພາບຈັດຕັ້ງງານລ້ຽງຮອງຮັບກອງປະຊຸມສຸດຍອດ APEC - ảnh 1 ງານລ້ຽງຈັດຕັ້ງໃນຕອນຄ່ຳວັນທີ 10 ພະຈິກ

ຕອນຄ່ຳວັນທີ 10 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນເຈົ້າພາບຈັດຕັ້ງງານລ້ຽງຮອງຮັບ ແລະ ສະແດງສິລະປະຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດ APEC ຄັ້ງທີ 25. ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພາກພື້ນ ອາຊີ - ປາຊີຟິກ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ. ນັບແຕ່ເມື່ອເລີ່ມດຳເນີນການປ່ຽນແປງໃໝ່, ເລື່ອງເປັນກຽດເປັນເຈົ້າພາບຈັດຕັ້ງປີ APEC 2 ຄັ້ງ, ໃນປີ 2006 ແລະ ປີ 2017 ນັ້ນໄດ້ສະແດງໃຫ້ເຫັນວ່າ, ອະນາຄົດຂອງ ຫວຽດນາມ ບໍ່ອາດຕັດແຍກອອກຈາກອະນາຄົດລວມຂອງທົ່ວພາກພື້ນໄດ້, ຖືກກັບຫົວຂໍ້ເຊິ່ງບັນດາຝ່າຍພ້ອມກັນກຳນົດໃຫ້ປີ APEC 2017 ແມ່ນ “ກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັັ້ນໜັກວ່າ:

        “ບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການເຂົ້າຮ່ວມ APEC ເປັນການຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປ່ຽນແປງໃໝ່ຢ່າງຄົບຊຸດ, ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າກ່ວາໃນການປະກອບສ່ວນສ້າງບັນດາກົນໄກຮ່ວມມືພາກພື້ນ ແລະ ທົ່ວໂລກໃຫ້ເປັນຮູບປະທຳ. ນັ້ນກໍ່ແມ່ນຜົນງານຂອງວິວັດທະນາການຮ່ວມມືນັບທີ່ມື້ນັບເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ກັບບັນດາພື້ນຖານເສດຖະກິດສະມາຊິກ APEC.”

ຕອບກັບ

ຂ່າວ/ບົດ​ອື່ນ