ປະທານປະເທດ ເຈືອງເຕີນຊາງ ກ່າວຄຳເຫັນຢູ່ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS)

ປະທານປະເທດ ເຈືອງເຕີນຊາງ ກ່າວຄຳເຫັນຢູ່ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS) - ảnh 1

ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ຢູ່​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS)

(ພາບ: truongtansang.net)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 25/7, ທ່ານ​ປະທານ​ປ​ະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ບົດ​ກ່າວ​ປາ​ໄສ​ຢູ່ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS), ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໃນສະພາບແວດລ້ອມອາຊີ - ປາຊີ​ຟີ​ກ. ທ່ານ​ປະທານ​ປະ​ເທດ ຊີ້​ແຈ້ງວ່າ: ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ເປີດ​ກ້ວາງ ​ແລະ ຍົກ​ລະດັບ​​ໃນ​ຫຼາຍ​ຂົງ​ເຂດ. ສຳລັບ ຫວຽດນາມ ​ແລ້ວ, ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ແມ່ນນອນ​​ໃນ​ແນວທາງ​ການ​ຕ່າງປະ​ເທດເອກະລາດ, ເປັນເຈົາຕົນເອງ, ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ນຳ​ບັນດາ​ສາຍ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ເປັນ​ປົກກະຕິ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເຫັນ​ດີ​ເປັນ​ເອກະ​ສັນສ້າງຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ. ຕາມ​ນັ້ນ​ແລ້ວ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ລວມມີ​ທຸກໆ​ຂົງ​ເຂດ​ຄື: ການ​ເມືອງ - ການ​ຕ່າງປະ​ເທດ, ​ເສດຖະກິດ, ການ​ຄ້າ, ກາ​ນລົງທຶນ.​.​.​

    ມີ​ເນື້ອ​ໃນສຳຄັນ​ໜຶ່ງອີກ​ນັ້ນ​​ແມ່ນ: ຫວຽດນາມ ​ແລະ ອາມ​ລິ​ກາ ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ສຳເລັດ​ການ​ເຈລະຈາ​ສັນຍາ​ຄູ່ຮ່ວມມືຂ້າມ​ ປາຊີ​ຟີ​ກ (TPP) ຕາມ​ເສັນທາງທີ່​ໄດ້​ວາງ​ອອກ, ມຸ່ງ​ໄປ​ເຖິງ​ສັນຍາ​ມີ​ຄວາມ​ດຸ່ນດຽງ​ເພື່ອ​ການ​ພັດທະນາ.

    ​ໄປ​ຄຽງ​ຄູ່​ກັບ​ຂອບ​ເຂດ TPP, ຫວຽດນາມ ຈະ​ຍູ້​ແຮງການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ໃນ​ຫຼາຍ​ຂົງ​ເຂດ​ດື່ນໆ, ​ໃນ​ນັ້ນ​ມີ​ບັນດາ​ກົນ​ໄກ​ຂອງ ອາ​ຊຽນ, ຮ່ວມ​ມື​ໃນຂອບເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ກອງປະຊຸມຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ ​ແລະ APEC. ຕາມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລ້ວ, ພ້ອມ​ກັບ​ບາດກ້າວຂະຫຍາຍຕົວ​ຂອງ​ການ​ພົວພັນ, ວິທີ​ການພົວພັນ​ລະຫວ່າງ 2 ຝ່າຍ​ພວມ​ປ່ຽນ​ແບ​ງ​​ເທື່ອ​ລະ​ກ້າວ. ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ:

    “ສານ​ເທີ່ພວກຂ້າພະເຈົ້າ​ຢາກ​ເນັ້ນ​ໜັກ​ແມ່ນ: ຫວຽດນາມ ຫວັງ​ວ່າ: 2 ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງ​ໃຫ້​ແກ່ ອາຊີ - ປາຊີ​ຟີ​ກ ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ວັດທະນາ​ຖາ​ວອນ. ​ແລະ ພວກ​ເຮົາ​ຄວນ​ມານະ​ພະຍາຍາ​ມຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ຮ່ວມ​ມື​ນຳກັນບົນ​ຈິດ​ໃຈ​ເຄົາລົບ​ນັບຖື, ສະ​ເໝີ​ພາບ ​ແລະ ຕ່າງຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ຈຸດໝາຍ​ລວມນັ້ນ.” 

  ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ແລະ ພິ​ເສດ​ແມ່ນ​ເລື່ອງ 2 ປະ​ເທດປະກາດ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຮອບດ້ານໄດ້ດຶງດູດ ຄວາມ ສົນ​ໃຈ​  ຈາກ​ວົງ​ການ​ນັກ​ສັງ​ເກ​ດກ​ານ. ທ່ານ Enrnest Bower ທີ່​ປຶກສາ​ລະດັບ​ສູງ, ​ ນັກ ຊ່ຽວຊານຄົ້ນ​ຄ້ວາ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ສູນ CSIS ​ໃຫ້​ຂໍ້​ສັງ​ເກດ​ວ່າ : ນີ້​ແມ່ນ​ມື້​ເລີກ​ງາມຍາມ​ດີ​ຂອງ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ Enrnest Bower ຊີ້​ແຈ້ງວ່າ ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ແລະ ບັນດາຄຳກ່າວປາໄສ ຂອງປະມຸກລັດ ຂອງ 2 ປະເທດ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແລະ ອາເມລິກາ ໄດ້ມີຄວາມ ເຊື່ອໝັ້ນ ຕໍ່ກັນ ເພືອ່ສ້າງ ການຮ່ວມມື, ນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ຕາມທ່ານ Bower ແລ້ວ, ການພົວພັນ ຫວຽດນາມ ແລະ ອາເມລິກາ ໃນອະນາຄົດ ອາດຈະບັນລຸບັນດາ ຄວາມກ້າວໜ້າ ໃນຫຼາຍດ້ານ ຈາກເສດຖະກິດເຖິງການປ້ອງກັນຄວາມສະຫງົບ, ແມ່ນບາດກ້າວເດີນ ເພື່ອນຳ 2 ປະເທດກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນອະນາຄົດ. ແລະກໍເນື່ອງໃນໂອກາດນີ້, ອະດີດເອກອັກຄະລັດຖະທູດ ອາເມລິກາປະຈຳຫວຽດນາມ, ທ່ານ Michael Michalak ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໄດ້​ພັດທະນາ​ຢ່າງ​ດີງາມ ​ແລະ ​ໃນ​ໄລຍະ​ທີ່​ຈະ​ເຖິງ ຍັງຈະ​ດີງາມ​ກ່ວາ​ອີກ. 

ຂ່າວ/ບົດ​ອື່ນ