ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ເອກອັກຄະລັດຖະທູດຈີເລ ເຂົ້າຢ້ຽມອຳລາ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ເອກອັກຄະລັດຖະທູດຈີເລ ເຂົ້າຢ້ຽມອຳລາ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນຊາງ ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ຈີ​ເລ
(ພາບ: vovgiaothong.vn)


(vovworld) – ທີ່​ສຳນັກງານ​ປະທານປະ​ເທດ, ​ໃນ​ການຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຈີ​ເລ Fernando Ayala, ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ທ່ານ Fernando Ayala ຊຶ່ງ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ 2 ຝ່າຍ​ໄດ້​​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ 2 ຝ່າຍຢ່າງ​ສຳ​ເລັດ​ຜົນ. ນີ້​ແມ່ນ​ສັນຍາ​ການ​ຄ້າ​​ເສລີ​ສະບັບທຳ​ອິດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນອາ​ເມ​ລິ​ກາ​ໃຕ້. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ​ແລະ ຂັ້ນ​ຕ່າງໆ ພ້ອມ​ກັບ​ບັນດາ​ສັນຍາ​ທີ່​​​​ໄດ້ລົງ​ນາມ​​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ໄວ. ພ້ອມ​ກັນ​ນັ້ນ, 2 ປະ​ເທດ​ກໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ  ​ແລະ ສະໜັບສະໜູນ​ເຊິ່ງກັນ​ ​ແລະ​ ກັນ​​ໃນເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

        ສ່ວນທ່ານ​ເອກ​ອັກຄະ​ລັດ​ຖະທູດ​ Fernando Ayala ຢືນຢັນ​ວ່າ, ພາຍຫຼັງ​ສິ້ນ​ສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ, ​ເຖິງ​ວ່າ​​ໃນ​ຖານະ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ຍາມ​ໃດ​ທ່ານ​ກໍ່​ຈະສະໜັບສະໜູນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງຫວຽດນາມ - ຈີ​ເລ.

ຂ່າວ/ບົດ​ອື່ນ