ປະທານປະເທດ ເຈືອງເຕີນຊາງ ພົບປະກັບການນຳກຳມະບານຂັ້ນຮາກຖານດີເດັ່ນ

ປະທານປະເທດ ເຈືອງເຕີນຊາງ ພົບປະກັບການນຳກຳມະບານຂັ້ນຮາກຖານດີເດັ່ນ - ảnh 1
(ພາບປະກອບ)

(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳມະບານ​ຫວຽດນາມ (28/07/1929 – 28/07/2014), ວັນ​ທີ 28/07, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ກັບ​ປະທານ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ 85 ຄົນ​ທີ່ດີ​ເດັ່ນໃນທົ່ວ​ປະ​ເທດ​ ເນື່ອງ​ໃນ​ໂອກາດ​ມານະ​ຄອນ​ຫຼວງ​ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກ​ອງປະຊຸມ​ຍ້ອງຍໍ​ຊົມເຊີຍບັນດາ​ປະທານ​ກຳມະບານ​ຂັ້ນ​ຮາກ​ຖານ​ດີ​ເດັ່ນປີ 2014. ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ ພັກ ​ແລະ ລັດ​ຍາມໃດກໍ່ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຂອງ​ກຳມະກອນ, ກຳມະບານ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ ຜູ້​ທີ່​ເຮັດ​ວຽກ​ງານ​​ຂັ້ນ​ຮາກ​ຖານ​ເວົ້າ​ລວມ ​ແລະ ກຳມະບານ​ເວົ້າ​ສະ​ເພາະ ມີໜ້າ​ທີ່​ສຳຄັນ​ຍິ່ງ ​ແລະ ໜັກໜ່ວງ ຮຽກຮ້ອງ​ໃຫ້ມີຄວາມ​ສຸດ​ຈິດ​ສຸດ​ໃຈ​, ເພື່ອ​ຜູ້​ອື່ນ, ​ເພື່ອລວມ​ໝູ່ ຫາກ​ບໍ່​ຄຳນຶງເຖິງ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ. ພະນັກງານ​​ເຮັດ​ວຽກ​ງານ​ກຳມະບານ​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ ຮູ້​ວິທີ​ໂຄສະນາ, ປານິປານອມ, ຕໍ​ສູ້​ເພື່ອ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດສັນ​ຊອບ​ທຳ​ຂອງ​ຄົນ​ງານ, ຂອງ​ຜູ້ນຳ​ໃຊ້​ຄົນ​ງານ ​ເພື່ອ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ