ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ
(ພາບ: baotuyenquang.com.vn)


(vovworld) – ​ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ, ຕອນເຊົ້າວັນທີ 20/01, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມຕາແສງ ເຕີນຈ່າວ, ຂຶ້ນ​ກັບ​ເມືອງ​ເຊີນ​ເຢືອງ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລາຍ​ງານ​ໝາກຜົນ​​ແຫ່​ງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ 3 ຕາ​ແສງ ​ເຕີນ​ຈ່າວ (ຕວຽນ​ກວາງ), ວິ້ງ​ແທກ (ກວາງ​ຈິ້) ​ແລະ ຮ່ວາ​ອານ (ດົງ​ທາ​ບ).

        ຢູ່​ທີ່​ນີ້, ​ເມື່ອ​ຕີ​ລາຄາ​ສູງ​ໝາກຜົນ​ລວມຂອງ​ບັ້ນ​ຂົນຂວາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່​ຄື​ຂອງ 3 ຕາ​ແສງ​ດັ່ງກ່າວ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ 3 ຕາ​ແສງຈົ່ງສືບ​ຕໍ່​ປັບປຸງ, ສຳ​ເລັດ​ການ​ຍົກ​ສູງໝາກຜົນ ​ເພື່ອ​ກາຍ​ເປັນ​ບັນດາ​ຕາ​ແສງ​ຊົນນະບົດ​ໃໝ່​ດີ​ເດັ່ນ​ຢ່າງ​ແທດ​ຈິງ. ທ່ານ​ປະທາ​ນປະ​ເທດ ກໍ່​ສະ​ເໜີ​ໃຫ້ການ​ນຳ​ 3 ​ແຂວງ, ບັນດາອົງການ, ວິ​ສາ​ຫະກິດ ສືບ​ຕໍ່​​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ 3 ຕາ​ແສງ ​ເພື່ອ​ບັນລຸ​ໄດ້ໝາກຜົນ​ໃຫ້​ນັບ​ມື້​ນັບ​ສູງ, ໝັ້ນ​ຄົງ, ມີ​ກຳລັງ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຄື​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ