ປະທານປະເທດ ເຈືອງເຕິນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນີງທ້ວນ

ປະທານປະເທດ ເຈືອງເຕິນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນີງທ້ວນ - ảnh 1
(ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ນີງທ້ວນ)

(vovworld) – ​ ​ໂດຍ​ສືບ​ຕໍ່ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງທາງ​ທິດ​ໃຕ້​ຂອງ​ພາກ​ກາງ, ​ໃນ​ລະຫວ່າງ​ວັນ​ທີ 17- 18/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ນີງທ້ວນ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ.

        ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ ​ແຂວງ, ທ່ານ​ປະທານ​ປະ​ເທດ ​ໄດ້ຊີ້​ແຈ້ງ​ເຖິງຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ເຂດ​ທະ​ເລ ​ແລະ ​ເນັ້ນ​ໜັກ​ວ່າ: ​ແຂວງ​ ຄວນ​ມານະ​ພະຍາຍາມຢ່າງ​ສຸດ​ຄວາມ​ສາມາດ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-​ສັງຄົມ ພ້ອມກັນນັ້ນ​ຄວນ​ສ້າງ​ນະ​ໂຍບາຍ​ທີ່​ເໝາະ​ສົມ, ຍູ້​ແຮງ​ການ​ປະຕິ​ຮູບລະບຽບ​ການ​ບໍລິຫານ ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ. ປີ 2015 ກໍ່​ແມ່ນ​ປີຈັດ​ຕັ້ງກ​ອງປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ, ​ແຂວງ ນີງທ້ວນ ຄວນ​ກະກຽມ​ເນື້ອ​ໃນ ​ແລະ ບຸກຄະລາ​ກອນ​ໃຫ້​ດີ, ພ້ອມ​ທັງ​ສະ​ຫງວນ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​​ໃສ່ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຢ່າງ​ຖືກຕ້ອງ ​ແລະ ຊັດ​​ເຈນ ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດຄັ້ງ​ທີ 12.

        ​ເນື່ອງ​ໃນ​ໂອກາດ​ການ​ປະຕິບັດ​ງານ​ຢູ່​ແຂວງ ນີງທ້ວນ, ທ່ານ​ປະທານ​ປະ​ເທດ ​ໄດ້​ລົງ​ຢ້ຽມຢາມກອງພັນ​ໃຫຍ່​ທັບ​ອາກາດ 937, ​ເຊິ່ງ​ແມ່ນກົມ​ກອງ​​ທີ່ສຳຄັນ, ມີໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ ​ແລະ ​​ຝຶກ​​ແອບບິນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຫວັງ​ວ່າ ພະນັກງານ, ນັກຮົບກອງພັນ​ໃຫຍ່ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ພິລະ​ອາດ​ຫານ, ມີ​ຫົວຄິດປະດິດ​ສ້າງ, ກຽມພ້ອມ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ນ່ານຟ້າ, ​ນ່ານທະ​ເລ​ຂອງ​ປະ​ເທດຊາດ; ພ້ອມ​ທັງ​ບືນ​ຕົວ​ຂຶ້ນ​ເປັນ​ເຈົ້າ​ການ​ພາຫະນະ​ເຕັກນິກ​ທັນ​ສະ​ໄໝ, ຕອບ​ສະໜອງ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ