ປະທານປະເທດ ເຈືອງເຕິນຊາງ ຢ້ຽມຢາມແຂວງກາວບັ່ງ

ປະທານປະເທດ ເຈືອງເຕິນຊາງ ຢ້ຽມຢາມແຂວງກາວບັ່ງ - ảnh 1
ທ່ານປະທານປະເທດ ເຈືອງເຕິນຊາງ ຢ້ຽມຢາມແຂວງກາວບັ່ງ
(ພາບ: nhandan.com.vn)

(vovworld) – ​ເມື່ອ​ເຮັດວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ກາວ​ບັ່ງ ​ໃນ​ຕອນ​ບ່າຍ​ວັນ​ທີ 9/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຖື​ວ່າ: ພາຍຫຼັງ 4 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 11  ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 17, ​ແຂວງ ກາວ​ບັ່ງ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ​ໃນ​ນັ້ນ​ຮັບປະກັນ​ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານ, ​ໂສມ​ໜ້າຊົນນະບົດ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ, ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ​ໄດ້​ຮັບ​ການ​ປັບປຸງ​ບູລະນະ. ເຖິງ​ຢ່າງ​ໃດ​ກໍ່ຕາມ, ກາວ​ບັ່ງ ຍັງ​ຄົງ​​ແມ່ນ​ແຂວງ​ທີ່​ທຸກ​ຍາກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ  ສະ​ເໜີແຂວງ ກາວ​ບັ່ງ ຕ້ອງສື​ບຕໍ່​ຫັນປ່ຽນ​ການນຳ​ໃຊ້ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ ຢ່າງ​ແຮງ​ກ່ວາ​ອີກ, ຍູ້​ແຮງ​ການ​ພັດທະນາ​ເສດ​ຖະກິດ​ເຂດ​ດ່ານ​ຊາຍ​ແດນ, ການທ່ອງ ທ່ຽວ, ​ຄິດ​ໄລ່​ເພື່ອ​​ກໍ່ສ້າງ​​ໃຫ້ແຂວງ​ກາຍ​ເປັນ​​ສູນພະລາທິການ​ສົ່ງ​ອອກ, ​ເພີ່ມ​ທະວີ​ການ ຮ່ວມ​ສຳພັນ​ເພື່ອ​ແນ​ໃສ່​​ເປີດກ້ວາງ​ເຂດພັດທະນາ, ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ.

      ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັ່ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ກໍ່​​ໄປຖະຫວາຍ​ທູບ​ທຽນ​ທີ່ເຂດ​ວິຫານ​ທ່ານປະ​ທານ ​ໂຮ່ຈິ​ມິນ ຢູ່​ເຂດ​ປູຊະນີ ຍະສະຖານ​ປະຫວັດສາດ ປັກ​ປໍ໋, ​ຕາ​ແສງ ​ເຈື່ອງ​ຮ່າ, ​ເມືອງ ຮ່າ​ກວາງ ​ແລະ ມາ​ຢ້ຽມ ຢາມ​​ແມ່​ເຖົ້າ ຮ່ວາງ​ທິຄີ່ນ, ນັກ​ປະຕິວັດ​ຜູ້ອະ​ວຸ​ໂສ, ​​ເປັນ​ຜູ້​ຕິດ​ຕໍ່​ພົວພັນ​ຂອງ​ທ່ານ​ປະທານ ​ໂຮ່ຈິ​ມິນ ​ໃນ​ໄລຍະ​ທ່ານ​ປະທານ​ ໂຮ່ຈິ​ມິນ ​ດຳລົງ​ຊີວິດ ​ແລະ ເຮັດວຽກ ​ຢູ່ປັກ​ປໍ໋ , ​ແຂວງກາວ​ບັ່ງ.

ຂ່າວ/ບົດ​ອື່ນ