ປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມ ຮູງການຣີ ແລະ ເລີ່ມຕົ້ນການຢ້ຽມຢາມ ແດນມາກ

ປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມ ຮູງການຣີ ແລະ ເລີ່ມຕົ້ນການຢ້ຽມຢາມ ແດນມາກ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ແລະ ທ່ານປະທານາທິບໍດີ ຮູງກາຣີ Ader Janos
(ພາບ: TTXVN)

(vovworld) –  ​​ວັນ​ທີ 18/9, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ Budapest, ສິ້ນ​ສຸດ​ການ​ຢ້ຽມຢາມ ຮູ​ງກາຣີ ​ແລະ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ​ແດນມາດ ​ແຕ່​ວັນ​ທີ 18 – 20/9, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ພະ​ລາຊິນີ ​ແດນ​ມາກ Margrethe II. ພາຍຫຼັງ​ພາກ​ຂ່າວ, ບັນນາທິການ​ວິທະຍຸ​ກະຈາຍສຽງ ຫວຽດນາມ ຂໍ້​ແນະນຳ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: “ຫວຽດນາມ - ​ແດນ​ມາດ ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ໝັ້ນຄົງ”.

        ກ່ອນໜ້າ​ນັ້ນ, ພາຍຫຼັງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຮູ​ງກາຣີ Viktor Orban ​ເມື່ອຕອນ​ບ່າຍ​ວັນ​ທີ 17/9, ການ​ນຳ 2 ທ່າ​ນ​ໄດ້​ຈັດ​ການປະຊຸມ​ຮ່ວມ ​ແລະ ຕອບ​ບາງ​ຄຳ​ຖາມ​ຂອງ​ສື່​ມວນ​ຊົນ​ກ່ຽວ​ກັບ​ແງ່​ຫວັງ​ການ​ພົວພັນລະຫວ່າງ 2 ປະ​ເທດ. ການ​ນຳ 2 ປະທານ​ຖື​ວ່າ: ການ​ຢ້ຽມຢາມ​ທາງ​ລັດຖະກິດ ຮູ​ງກາ​ຣີ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ຈະ​​ເປັນ​ຂີດ​ໝາຍ​ໃໝ່​ໃນປະຫວັດສາດ​ແຫ່ງ​ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານນາຍົກລັດຖະມົນຕີ Viktor Orban ຢືນຢັນ ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​​ໃນບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ​ ຮູ​ງກາຣີ ​ໃນ​ຈຳນວນ​​ປະ​ເທດສະມາຊິກ ອາ​ຊຽນ, ຕີ​ລາຄາ​ບົດບາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ ດ້ວຍ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ກະ​ໂດດ​ຂັ້ນ ​​ແລະນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ. ສ່ວນທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່ຕີ​ລາຄາ​ສູງ​ຄວາມ​ເອົາ​​ໃຈ​ໃສ່​ຂອງ ຮູ​ງກາຣີ ທີ່​ມີ​ຕໍ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ - ປາຊີ​ຟິກ ກໍ່​ຄື​ເລື່ອງ​ ຮູ​ງກາຣີ ສະຫງວນບຸລິມະສິດ​ໃຫ້​ແກ່ ຫວຽດນາມ, ພ້ອມ​ທັງ​ຢືນຢັນ ຫວຽດນາມ ກຽມພ້ອມ​ຮ່ວມ​ມື​ກັບ ຮູ​ງກາຣີ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 17/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ຮູ​ງກາ​ຣີ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າໃນ​ແຜນ​ນະ​ໂຍບາຍ​ພັດທະນາ ​ແລະ ​ເຊື່ອມ​ໂຍງຂອງ​ຕົນ​, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ຮູ​ງກາ​ຣີ, ​ເນັ້ນ​ໜັກວ່າ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ຫວຽດນາມ - ຮູ​ງກາ​ຣີ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້ 2 ປະ​ເທດ​ເຊື່ອ​ມຕໍ່​ນຳ​ກັນ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຕັ້ງ​ບັນດາ​ເຄືອ​ຂ່າຍ​ຮ່ວມ​ມື ອີກ​ດ​້ວຍ, ຜ່ານ​ນັ້ນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຮູ​ງກາຣີ ​ເຊື່ອມ​ຊຶມ​ເຂົ້າ​ຕະຫຼາດ ອາ​ຊຽນ ​ແລະ ອາຊີ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຊື່ອມ​ຊຶມ​ຢ່າງ​ເລິກ​​ເຊິ່ງ​ເຂົ້າ​ຕະຫຼາດ​ສະຫະພາບ ​ເອີ​ລົບ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ:

        “ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​: ຍາມ​ໃດ ຫວຽດນາມ ຂຳ່ນັບ​ຮັບ​ຕ້ອນ​ບັນດາ​ນັກ​ລົງທຶນ ຮູ​ງກາຣີ ມາ​ດຳ​​ເນີນທຸ​ລະ​ກິດ​ຢູ່ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະສ້າງ​ສະພາບ​ແວດລ້ອມ​ທີ່​ງ່າຍດາຍ, ສະດວກ​ເພື່ອ​ໃຫ້​ພວກ​ເພື່ອນ​ດຳ​ເນີນທຸລະ​ກິດຢ່າງ​ມີ​ປະສິດທິ​ຜົນ​. ​ໃນ​ວິວັດ​ການ​ນັ້ນ, ຖ້າ​ຫາກ​ມີ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ພວກ​ຂ້າພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະຮັບ​ຟັງ ​ແລະ​ປັບປຸງ​ນະ​ໂຍບາຍ​ໃຫ້​ເໝາະ​ສົມ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ພວກ​ເພື່ອນ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ.”

        ​ໃນ​ບົດ​ກ່າວ​ປາ​​ໄສ​ຊົມ​ເຊີຍ​ເວທີ​ປາ​ໄສ ວິ​ສາ​ຫະກິດ 2 ປະ​ເທດ, ທ່ານ​ຮອງນາຍົ​ກລັດຖະມົນຕີ ຮູ​ງກາຣີ Navracsics Torbo ​ໃຫ​້ຮູ້​ວ່າ ຮູ​ງກາຣີ ຖື​ການ​ພັດທະນາ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິ​​ດທີ່​ເປັນ​ມູນ​ເຊື້ອເປັນ​ສຳຄັນ ​ໃນ​ນັ້ນ​ມີ ຫວຽດນາມ, ​ເຊິ່ງ​ແມ່ນປະ​ເທດ​ພວມ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ມີ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ອາ​ຊຽນ. ​ໃນ​ເວທີ​ປາ​ໄສ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສາ​ນຮ່ວມ​ມື​ທາງ​ດ້ານ​ການ​ຄ້າ, ການ​ສຶກສາ ​ແລະ ຮັກສາ​ສິ່ງ​ແວດລ້ອມ 3 ສະບັບ.

 

ຂ່າວ/ບົດ​ອື່ນ