ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມ ພິທີໄຂສັບປະດາ ວັດທະນະທຳທ່ອງທ່ຽວ ດ່າລາດ 2013

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມ ພິທີໄຂສັບປະດາ ວັດທະນະທຳທ່ອງທ່ຽວ ດ່າລາດ 2013 - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ
(ພາບ: TTXVN)


(vovworld) - ຕອນ​ຄໍ່າ​ວັນ​ທີ 27/12, ຢູ່​ນະຄອນ​ດ່າ​ລາດ ​ໄດ້​ໄຂ​ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ດ່າ​ລາດ 2013, ພິທີ​ສະ​ເຫຼີ​ມສະຫຼອງ 120 ປີ​ແຫ່ງ​ວັນສ້າງຕັ້ງ ​ແລະ ພັດທະນາ​ດ່າ​ລາດ, ງານ Festival ດອກ​ໄມ້ ດ່າ​ລາດ ຄັ້ງ​ທີ 5 ​ແລະ ປະກາດ​ປີ​ທ່ອ​ງທ່ຽວ​ແຫ່ງ​ຊາດ 2014 - ​ໄຕ​ງວຽນ - ດ່າ​ລາດ ​ໂດຍ​ແຂວງ ​ເລີມ​ດົ່ງ ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ, ບັນດາ​​​ແຂ​ວງ​ໃນ​ເຂດ​ໄຕ​ງວຽນ ຈັດ​ຕັ້ງຂຶ້ນ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຕີ​ລາຄາ​ສູງ​ແຂວງ ລົມ​ດົ່ງ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 120 ປີແຫ່ງ​ວັນສ້າງຕັ້ງ ​ແລະ ພັດທະນາ​ດ່າ​ລາດ; ສ້າງ​ເງື່ອນ​ໄຂ​ໃຫ້​ນະຄອນ​ດ່າ​ລາດ, ​ເລີມ​ດົ່ງ ​ແລະ ທົ່ວ​ເຂດ ​ໄຕ​ງວຽນ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົນ​ຊ້ອນ​ດ້ານ​ການທ່ອງທ່ຽວ​​ໃຫ້​ດີກວ່າ, ພັດທະນາ​ຢ່າງ​ວ່​ອງ​ໄວ, ໝັ້ນຄົງ​ພ້ອມ​ກັບປະ​ເທດ​ຊາດ.

        “ຜ່ານ​ການຈັດ​ຕັ້ງ​ງານ Festival ​ 4 ຄັ້ງ​ສຳ​ເລັດ​ຜົນ, ປີ 2013 ນີ້ ງານ​ບຸນ Festival ດອກ​ໄມ້ ຄັ້ງ​ທີ 5, ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດໄດ້ຮູ້ຈັກ​​ເຖິງດ່າ​ລາດ ​​​ແມ່ນ “ນະຄອນ Festival ດອກ​ໄມ້” ຂອງ​ຫວຽດນາມ. Festival ດອກ​ໄມ້​ດ່າ​ລາດ ​ແມ່ນ​ສານ​ທີ່ຝາກ​ເຖິງປະຊາຊົນ​ພາຍໃນປະ​ເທດ​ ​ແລະ ​ເພື່ອນມິດສາ​ກົນ​ກ່ຽວ​ກັບ​ນະຄອນ​ດອກ​ໄມ້​ນາໆ​ສີ ນັບ​ພັນ​ຊະນິດຂອງ​ປະ​ເທດຫວຽດນາມ ທີ່​ສວຍ​ງາມ ​ແລະ ຮັກ​ແພງ​ແຂກ​ຄົນ, ຍາມ​ໃດ​ກໍ່​ຍິນ​ດີ​ຕ້ອນຮັບ ​ແລະ ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ພຶງ​ພໍ​ໃຈ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ່າ​ລາດ, ​ເລີມ​ດົ່ງ ​ແລະ ບັນດາ​ແຂ​ວງ ​ໄຕ​ງວຽນ ສືບ​ຕໍ່​ເສີມ​ຂະຫຍາຍ​ໝູນ​ເຊື້ອ​ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ຮອບດ້ານ​​ໃນ​ທຸກ​ຂົງ​ເຂດກວ່າ​ອີກ, ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ, ປະກອບສ່ວນ​ຢ່າງ​ເໝາະ​ສົມເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່, ຫັນ​​ເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ