ປະທານປະເທດ ເຈືອງເຕີນຊາງ ເປັນເຈົ້າພາບພິທີຕ້ອນຮັບປະທານາທິບໍດີ ສ.ນາມີບີ

ປະທານປະເທດ ເຈືອງເຕີນຊາງ ເປັນເຈົ້າພາບພິທີຕ້ອນຮັບປະທານາທິບໍດີ ສ.ນາມີບີ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ​ນຊາງ
ຕ້ອນຮັບທ່ານ​ປະທານາທິບໍດີ ສ.ນາມີ​ບີ Hifikepunye Pohama
(ພາບ: TTXVN)


(vovworld) - ​ໂດຍ​ໂດ້ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ​ນຊາງ, ວັນ​ທີ 19/11, ທ່ານ​ປະທານາທິບໍດີ ສ.ນາມີ​ບີ Hifikepunye Pohama ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ງ​ສູງ​ ສ.ນາມີ​ບີ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ. ຕອນ​ເຊົ້າ​ວັນ​ທີ 19/11, ພິທີ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ສ.ນາມີ​ບີ Hifikepunye Pohama ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ ຢູ່ສຳນັກງານປະທາປະເທດຕາມ​ພິທີ​ສຳລັບປະ​ມຸດ​ລັດ. ທ່ານ​ປະທານ​ປະ​ເທດ​​ເຈືອງ​ເຕີນ​ຊາງ ​ເປັນເຈົ້າພາບຈັດຕັ້ງ​ພິທີຕ້ອນຮັບ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມືຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ປະ​ເທດ​ອາ​ຟລິ​ກາ, ​ໃນ​ນັ້ນ​ມີ ນາມີ​ບີ. ທ່ານ​ປະທານາທິບໍດີ Hifikepunye Pohama ຖະ​ແຫຼ​ງວ່າ ນາ​ມີ​ບີ ຮັບ​ຮູ້​ກົນ​ໄກ​​ເສດຖະກິດການ​ຕະຫຼາດຢ່າງ​ຄົບ​ຖ້ວນ​ຂອງຫວຽດນາມ.

        ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ແລະ ທ່ານປະທານາທິບໍດີ Hifikepunye Pohamaໄດ້ດຳເນີນການເຈລະຈາ ​ທ່ານ​ປະທານາທິບໍດີ Hifikepunye Pohama ​ ​ຖື​ວ່າ ​ເຖິງ​ວ່າ​ໄດ້​ມີ​ບັນດາ​ບາດ​ກ້າວພັດະນາຢ່າງ​ຕັ້ງໜ້າ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແຕ່​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຍັງ​ຈຳກັດ​ຢູ່, ບໍ່​ທັນ​ສ່ອງ​ແສງ​ຢ່າງ​ຖືກຕ​້ອງຄວາມ​ສາມາດ​ບົມຊ້ອນ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ. ​ເພື່ອຂຸດ​ຄົ້ນ​ຄວາມ​ສາມາດ​ບົມຊ້ອນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ດີກ​ວ່າ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ກາ​ນເມືອງ ຜ່ານ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວພັນ​ການຕ່າງປະເທດປະຊາຊົນ, ​ແຮກ​ສ່ຽວ​ລະ​ຫວ່າງບັນດາ​ນະຄອນ​ໃຫຍ່ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດກວ່າ​ອີກ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ກະສິກຳ​ຕາມ​ຮູບ​ແບບ 3 ຝ່າຍ, ຜ່ານ​ການ​ເຊື່ອມ​ຕໍ່ 2 ຝ່າ​ຍ ​ແລະ ຮຽກຮ້ອງ​ການ​ເຂົ້າຮ່ວມຂອງ​ພາກ​ເອກະ​ຊົນໃນຂົງ​ເຂດ​ນີ້.  2 ຝ່າຍ​ເຫັນ​ດີ​ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ຕັ້ງໜ້າ​ສົມທົບ​ກັນ, ສ້າງ​ແຜນການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ລົງທຶນ, ການ​ຄ້າ, ການ​ສຶກສາ - ບຳລຸງ​ສ້າງ, ສາທາລະນະ​ສຸກ...

        2 ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​​ ​ແລະ ສາກົນ​ໃນ​ຂອບ​ເຂດ​ຮ່ວມ​ມື​ໃຕ້ - ​ໃຕ້, ປະກອບສ່ວນ​ສ້າງ​ໂລກ​ແຫ່ງ​ຍຸຕິ​ທຳ, ມີປະຊາທິປະ​ໄຕ​ກວ່າ, ​ເພື​ອ່ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

        ພາຍຫຼັງ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ, ການ​ນຳ 2 ທ່ານ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ເອກະສານ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ ​ແລະ ກະສິກຳ.

ຂ່າວ/ບົດ​ອື່ນ